Home ຂ່າວພາຍໃນ ບໍລິສັດ ລາວຈົງເຊີນການຄ້າ ມອບລົດໄຟຟ້າໃຫ້ລັດຖະບານ

ບໍລິສັດ ລາວຈົງເຊີນການຄ້າ ມອບລົດໄຟຟ້າໃຫ້ລັດຖະບານ

0

ບໍລິສັດ ລາວຈົງເຊີນການຄ້າ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ໄດ້ມອບລົດກະບະໄຟຟ້າ DONGFENG & NISSAN (Rich eEV) ຈຳນວນ 1 ຄັນ ມູນຄ່າ 735 ລ້ານກີບ ໃຫ້ລັດຖະບານລາວ ໂດຍຜ່ານກະຊວງການເງິນ ແລະ ໄດ້ມອບຕໍ່ໃຫ້ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ).

ພິທີມອບ-ຮອບລົດດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 16 ສິງຫາ ນີ້ ທີ່ກະຊວງການເງິນ ໂດຍແມ່ນ ທ່ານ ຫຼີແຊງສົມ ປະທານບໍລິສັດລາວຈົງເຊີນການຄ້າ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ເປັນຜູ້ກ່າວມອບ ແລະ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີ ກະຊວງການເງິນ ເປັນຜູ້ກ່າວຮັບ.

ຫຼັງຈາກນັ້ນ ກະຊວງການເງິນ ໄດ້ມອບລົດຄັນດັ່ງກ່າວ ຕໍ່ໃຫ້ຄະນະໂຄສະນາອົບຮົມສູນກາງພັກ ໄປນຳໃຊ້ເຂົ້າໃນວຽກງານທາງລັດຖະການ ຊຶ່ງຕາງໜ້າຮັບໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

(ຂ່າວ-ພາບ: ສຳນານ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version