Home ຂ່າວພາຍໃນ ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ ມີປະສິດທິພາບ ແລະ ປະສິດທິຜົນ

ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ ມີປະສິດທິພາບ ແລະ ປະສິດທິຜົນ

0

ການປ້ອງກັນພະຍາດມະເຮັງປາກມົດລູກ (HPV) ສຳລັບເດັກຍິງ ທີ່ມີອາຍຸລະຫວ່າງ 10-17 ປີ ແມ່ນເປັນບັນຫາສໍາຄັນຫຼາຍ ທີ່ຕ້ອງໄດ້ໄປຮັບວັກຊິນດັ່ງກ່າວ ເພື່ອບໍ່ໃຫ້ເສຍໂອກາດປ້ອງກັນກ່ອນເກີດເປັນພະຍາດ HPV ເນື່ອງຈາກວ່າວັກຊິນດັ່ງກ່າວມີປະສິດທິພາບ ແລະ ປະສິດທິຜົນສູງ.

ທ່ານ ນາງ ຈັນໃສ ປັດທໍາມະວົງ ຮອງຫົວໜ້າຂະແໜງກັນພະຍາດດ້ວຍວັກຊິນ ສູນສຸຂະພາບແມ່ ແລະ ເດັກ ສາທາລະນະສຸກ ໄດ້ໃຫ້ຮູ້ກ່ຽວກັບວຽກງານການສັກວັກຊິນປ້ອງກັນມະເຮັງມົດລູກ HPV ຕໍ່ກອງປະຊຸມຊີ້ແຈງຂະບວນການສັກວັກຊິນກັນມະເຮັງປາກມົດລູກ ແລະ ວັກຊິນປ້ອງກັນໂຄວິດ-19 ເມື່ອບໍ່ດົນມານີ້ວ່າ: ພະຍາດ HPV ແມ່ນເຊື້ອໄວຣັດທີ່ສາມາດເຮັດໃຫ້ເປັນພະຍາດມະເຮັງປາກມົດລູກໄດ້, ແມ່ຍິງເປັນສາເຫດຂອງພະຍາດມະເຮັງປາກມົດລູກເກືອບ 99,7%, ປົກກະຕິແລ້ວ HPV ແມ່ນຕິດຕໍ່ໂດຍຜ່ານການສໍາຜັດທາງຜິວໜັງ, ຜ່ານການມີເພດສໍາພັນ.

ຢູ່ ສປປ ລາວ ມະເຮັງປາກມົດລູກເປັນມະເຮັງຕ່ອມລູກໝາກ ແລະ ເປັນມະເຮັງພົບເລື້ອຍໆເປັນອັນດັບສອງໃນແມ່ຍິງ ຖັດຈາກມະເຮັງເຕົ້ານົມ. ສະນັ້ນຖ້າແມ່ຍິງໃນກຸ່ມອາຍຸລະຫວ່າງ 10-17 ປີໄດ້ຮັບວັກຊິນກັນມະເຮັງປາກມົດລູກແລ້ວ ຈະສາມາດປ້ອງກັນ, ຊ່ວຍຢຸດການແຜ່ເຊື້ອພະຍາດມະເຮັງປາກມົດລູກຊະນິດທີ່ມີຄວາມສ່ຽງສູງ, ຊ່ວຍໃຫ້ເກີດໂອກາດໜ້ອຍສຸດຂອງເຊວຈະຖືກທຳລາຍ ແລະ ຈະເຫັນກໍລະນີຄົນຕິດພະຍາດມະເຮັງປາກມົດລູກມີໜ້ອຍ. ພ້ອມນັ້ນຂໍ້ມູນຈາກປະເທດອັງກິດ ຍັງສະ ແດງໃຫ້ເຫັນວ່າ: ການສັກວັກຊິນປ້ອງກັນພະຍາດ HPV ຫຼຸດການເປັນມະເຮັງດັ່ງກ່າວໄດ້ເຖິງ 90%. ພ້ອມຍັງມີປະສິດທິພາບ ແລະ ປະສິດທິຜົນສູງ ເມື່ອໄດ້ສັກໃຫ້ເດັກຍິງກ່ອນເຂົາເຈົ້າຈະຕິດເຊື້ອພະຍາດ HPV. ໃນນັ້ນຍັງມີບົດຄົ້ນຄວ້າຫຼາຍສະບັບຊີ້ໃຫ້ເຫັນວ່າ: ວັກຊິນກັນມະເຮັງປາກມົດລູກແມ່ນມີຄວາມປອດໄພສູງ ແລະ ວັກຊິນດັ່ງກ່າວຫຼາຍກວ່າ 270 ລ້ານໂດສ ໄດ້ໃຫ້ 131 ປະເທດທົ່ວໂລກ.

ທ່ານ ນາງ ຈັນໃສ ປັດທໍາມະວົງ ໃຫ້ຮູ້ຕື່ມວ່າ: ເດັກຍິງໃນກຸ່ມເປົ້າໝາຍທີ່ມີອາຍຸ 10-17 ປີ ຕ້ອງໄດ້ຮັບການສັກວັກຊິນຈໍານວນ 2 ໂດສ/1 ຄົນ. ເມື່ອເດັກຍິງໄດ້ຮັບວັກຊິນປ້ອງກັນກັນພະຍາດດັ່ງກ່າວ ເຂັມທີ 1 ແລ້ວ, ເຂັມທີ 2 ຕ້ອງໃຫ້ຫ່າງກັນປະມານ 5 ເດືອນ ຫາ 12 ເດືອນ ຈຶ່ງສາມາດໄປຮັບເຂັມທີ 2 ໄດ້. ສໍາລັບ ສປປ ລາວ ເລີ່ມມີການສັກວັກຊິນກັນມະເຮັງປາກມົດລູກໃຫ້ເດັກຍິງແຕ່ປີ 2020 ເປັນຕົ້ນມາ ເຫັນວ່າຍັງບໍ່ບັນລຸຕາມເປົ້າໝາຍວາງໄວ້ ຊຶ່ງຕາມເປົ້າໝາຍວາງໄວ້ຕ້ອງຫຼາຍກວ່າ 90%. ເນື່ອງຈາກຜ່າມມາຍັງມີບາງເດັກຍິງໃນກຸ່ມດັ່ງກ່າວພາດໂອກາດໃນການເຂົ້າຮັບວັກຊິນປ້ອງກັນມະເຮັງປາກມົດລູກ ຍ້ອນວ່າ: ມີການປິດໂຮງຮຽນໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ໃນໄລຍະນັ້ນພະນັກງານແພດໝໍເລັ່ງສັກວັກຊິນປ້ອງກັນພະຍາດໂຄວິດ-19 ເປັນບຸລິມະສິດ, ໃນນັ້ນຍັງມີຄວາມເຂົ້າໃຈຜິດກ່ຽວກັບວັກຊິນບາງທ່ານຄິດວ່າແຕ່ງງານແລ້ວບໍ່ຈຳເປັນສັກວັກຊິນກັນພະຍາດ HPV.

ປັດຈຸບັນ ສປປ ລາວ ກໍຄື ກະຊວງສາທາລະນະສຸກ ໄດ້ມີຄວາມມຸ່ງໝັ້ນທີ່ຈະປົກປ້ອງແມ່ຍິງລາວຈາກພະຍາດ HPV ໃຫ້ກຸ່ມຄົນດັ່ງກ່າວ ແລະ ຈະສືບຕໍ່ໃຫ້ສັກວັກຊິນປ້ອງກັນພະຍາດ HPV ໃນປີ 2024 ຕໍ່ໄປ. ດັ່ງນັ້ນລູກຫຼານທ່ານທີ່ເປັນເດັກຍິງ ມີອາຍຸລະຫວ່າງ 10-17 ປີ ທີ່ຍັງບໍ່ທັນໄດ້ຮັບວັກຊິນປ້ອງກັນພະຍາດ HPV ກໍຄວນໄປຮັບວັກຊິນດັ່ງກ່າວໄດ້ ທີ່ໂຮງໝໍເມືອງ, ແຂວງ, ສູນ ກາງ, ຈຸດໂຮງຮຽນທີ່ມີທ່ານໝໍລົງໄປສັກໂດຍກົງ ແລະ ຈຸດອື່ນໆທີ່ໃຫ້ບໍລິການໂດຍບໍ່ເສຍຄ່າ.

ໂດຍ: ວັນເພັງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version