Home ຂ່າວໜ້າໜຶ່ງ ເຈົ້າຄອງນະຄອນຫຼວງ ລົງຊຸກຍູ້ວຽກງານແຮງງານ-ສະຫວັດດີການສັງຄົມ

ເຈົ້າຄອງນະຄອນຫຼວງ ລົງຊຸກຍູ້ວຽກງານແຮງງານ-ສະຫວັດດີການສັງຄົມ

0

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມ ຢາມ ແລະ ຊຸກຍູ້ວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃນວັນທີ 11 ສິງຫາ 2023 ຢູ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ (ຮສສ ນວ) ໂດຍໃຫ້ການຕ້ອນຮັບຂອງທ່ານ ສາລະພິດ ສູນວໍລະວົງ ຫົວໜ້າພະແນກ ຮສສ ພ້ອມດ້ວຍຫົວໜ້າພະແນກການ-ຮອງພະແນກ ຫົວໜ້າ-ຮອງຫົວໜ້າຫ້ອງການ ຮສສ 9 ຕົວເມືອງ ຄະນະອໍານວຍການສູນ ຫົວໜ້າ-ຮອງຫົວໜ້າຫ້ອງການປະກັນສັງຄົມ ຕະຫຼອດຮອດພະນັກງານວິຊາການ ຮສສ ນວ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ສາລະພິດ ສູນວໍລະວົງ ກ່າວວ່າ:ພະແນກ ຮສສ ນວ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາ 14 ຄາດໝາຍສູ້ຊົນ ໃນປີ 2023 ມາຮອດປັດຈຸບັນ ສາມາດພັດທະນາສີມືແຮງງານ ໃຫ້ຜູ້ບໍ່ມີວິຊາຊີບ ຜູ້ຕ້ອງການປ່ຽນອາຊີບ ຜູ້ວ່າງງານ ສົ່ງເສີມການຈັດຫາວຽກເຮັດງານທໍາ ໃຫ້ແຮງງານທີ່ຕ້ອງການມີວຽກເຮັດງານທໍາໃຫ້ເຂົ້າສູ່ຕະຫຼາດແຮງງານ ໂດຍຕິດພັນກັບວາລະແຫ່ງຊາດ ຕັ້ງຈຸດຮັບສະໝັກງງານຢູ່ຫ້ອງການ ຮສສ 9 ຕົວເມືອງ ໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍແຮງງານ ແລະ ລົງຕິດຕາມກວດກາບັນດາຫົວໜ່ວຍແຮງງານ ພ້ອມທັງຊຸກຍູ້ຫົວໜ່ວຍແຮງງານ ສ້າງ ແລະ ປັບປຸງກົດລະບຽບພາຍໃນ ຊຸກຍູ້ຫົວໜ່ວຍແຮງງານເຮັດສັນຍາແຮງງານ ສ້າງຕັ້ງໜ່ວຍງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ນອກນີ້ ຍັງໄດ້ປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງານຄວາມດີ ໃນພາລະກິດປະຕິວັດຊາດປະຊາທິປະໄຕ ແລະ ຊ່ວຍເຫຼືອຜູ້ອອກຢາເສບຕິດ ດ້ວຍການເຝິກອົບຮົມວິຊາຊີບ ແລະ ສ້າງໂອກາດມີວຽກເຮັດງານທໍາ.

ໂອກາດດຽວກັນນີ້ ທ່ານເຈົ້າຄອງນະຄອນຫຼວງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະແນກ ຮສສ ນວ ໃນການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ໃນການ ຈັດຕັ້ງເຜີຍແຜ່ເຊື່ອມຊຶມບັນດາກົດໝາຍ ດຳລັດ ຂໍ້ກຳນົດ ບົດແນະນຳ ແລະ ລະບຽບການຕ່າງໆ ກ່ຽວກັບວຽກງານ ຮສສ ເພື່ອໃຫ້ສັງຄົມຮັບຮູ້ ເຂົ້າໃຈ ສະເພາະດ້ານນີ້ເຫັນວ່າຍັງບໍ່ທັນກວ້າງຂວາງ ແລະ ຍັງບໍ່ທັນທົ່ວເຖິງກໍາລັງແຮງງານເປົ້າໝາຍ ທີ່ຢູ່ບັນດາຮາກຖານບ້ານເທື່ອ ການຕິດຕາມ ກວດກາ ການຄຸ້ມຄອງແຮງງານລາວ ແລະ ແຮງງານຕ່າງປະເທດ ຍັງບໍ່ທັນເອົາໃຈໃສ່ຄຸ້ມຄອງຢ່າງລະອຽດ ແລະ ເຂັ້ມງວດ ຜູ້ໃຊ້ແຮງງານ ຈຳນວນໜຶ່ງ ຍັງບໍ່ປະຕິບັດຕາມລະບຽບກົດໝາຍ ເຮັດໃຫ້ມີຊ່ອງວ່າງຫຼາຍດ້ານເກີດຂຶ້ນ.

ນອກຈາກນີ້ ການພັດທະນາຍົກລະດັບສີມືແຮງງານ ຍັງມີຈໍາກັດ ບໍ່ມີຈຸດສຸມ ການສ້າງກໍາລັງແຮງງານ ບາງດ້ານຍັງບໍ່ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ ການປະຕິບັດນະໂຍບາຍດ້ານຕ່າງໆ ຕໍ່ຜູ້ທີ່ມີຜົນງານ ຄວາມດີຕໍ່ປະເທດຊາດ ຍັງບໍ່ທັນຕອບສະໜອງໄດ້ຢ່າງທົ່ວເຖິງ ການມີສ່ວນຮ່ວມຂອງສັງຄົມ ການເບິ່ງແຍງຊ່ວຍເຫຼືອຄົນພິການ ຜູ້ອາຍຸສູງ ຍັງບໍ່ທັນກວ້າງຂວາງ ການຊ່ວຍເຫຼືອບັນເທົາທຸກ ຜູ້ປະສົບເຄາະຮ້າຍຈາກໄພພິບັດດ້ານຕ່າງໆ ຍັງຊັກຊ້າ ແລະ ຜູ້ດ້ອຍໂອກາດໃນສັງຄົມ ຍັງບໍ່ທັນໄດ້ຮັບຄວາມເອົາໃຈໃສ່ເບິ່ງແຍງດູແລຢ່າງທົ່ວເຖິງເທົ່າທີ່ຄວນ ເຊິ່ງບາງບັນຫາເຫຼົ່ານີ້ ສະເໜີໃຫ້ບັນດາທ່ານນຳໄປຄົ້ນຄິດພິຈາລະນາຕື່ມ ເພື່ອປະກອບສ່ວນເຂົ້າໃນການປັບປຸງແຜນການ ແບບແຜນວີທີເຮັດວຽກ ຂອງບັນດາທ່ານ ໃຫ້ມີໝາກຜົນຕົວຈິງຫຼາຍຂຶ້ນກວ່າເກົ່າ.

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version