Home ຂ່າວໜ້າໜຶ່ງ ຮອງປະທານກວດກາລັດຖະບານແຫ່ງ ສສ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກນຳຄະນະກວດກາພັກ-ລັດ ແຂວງວຽງຈັນ

ຮອງປະທານກວດກາລັດຖະບານແຫ່ງ ສສ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກນຳຄະນະກວດກາພັກ-ລັດ ແຂວງວຽງຈັນ

0

ໃນວັນທີ 8 ສິງຫາ 2023 ນີ້ ສະຫາຍ ບຸ່ຍ ຫງັອກ ລາມຮອງ ຄະນະປະທານກວດກາລັດຖະບານແຫ່ງ ປະເທດ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ ເປັນກຽດຕ້ອນຮັບຂອງສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆວຽງຈັນ ພ້ອມດ້ວຍຄະນະ.

ໃນການຢ້ຽມຢາມເທື່ອນີ້ຍັງໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆວຽງຈັນ ເຊິ່ງໄດ້ຮັບຟັງການລາຍງານໂດຍຫຍໍ້ໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງວຽງຈັນ,ພ້ອມທັງປຶກສາຫາລືແລກປ່ຽນບົດຮຽນຫລາຍດ້ານໃນການສ້າງສາພັດທະນາແຂວງຂອງຕົນ ແລະທົບທວນຫວນຄືນມູນເຊື້ອການພົວພັນຮ່ວມມືໃນຕະຫລອດໄລຍະຜ່ານມາ ເວົ້າສະເພາະ,ເວົ້າລວມແມ່ນການສ້າງສາພັດທະນາ ທັງສອງປະເທດກໍຄື ສສ ຫວຽດນາມ ແລະ ສ ປ ປ ລາວ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.ອີກດ້ານຫນຶ່ງກໍເພື່ອເປັນການຫວນຄືນມູນເຊື້ອແຫ່ງການພົວພັນມິດຕະພາບ, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ (ລາວ-ຫວຽດນາມ) – (ຫວຽດນາມ-ລາວ),ແບບພິເສດ ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ,ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ກໍຄືການປົກປັກຮັກສາໝາກຜົນຂອງການປະຕິວັດ ໃຫ້ໝັ້ນຄົງ ທະນົງແກ່ນ ຍືນຍົງຄົງຕົວ ສວຍສົດງົດງາມຕະຫຼອດໄປ.

ໃນໂອກາດນີ້ທັງສອງຝ່າຍຍັງໄດ້ມີການພົບປະແລກປ່ຽນບົດຮຽນທາງດ້ານວຽກງານກວດກາຮ່ວມກັນທ່ານ ສົມດີ ແກ້ວດາລາວິນ ຄະນະປະຈຳພັກແຂວງ ປະທານກວດກາ ພັກ-ລັດ ແຂວງວຽງຈັນໄດ້ລາຍງານວຽກງານກວດກາໃນໄລຍະຜ່ານມາ ໄດ້ເປັນເຈົ້າການເຄື່ອນໄຫວປະຕິບັດຕາມ ພາລະບົດບາດ, ສິດ, ໜ້າທີ່ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ,ວຽກງານຕິດຕາມກວດກາພັກ ແມ່ນຕິດຕາມກວດກາ ການຈັດຕັ້ງເຊື່ອມຊຶມ ແລະ ປະຕິບັດກົດລະບຽບພັກ ສະໄໜທີ XI, ຕິດຕາມກວດກາການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິ 4,5 ຂອງຄະນະບໍລິຫານງານສູນກາງພັກ, ມະຕິ 7,8 ແລະ 9 ຂອງອົງຄະນະພັກ ແຂວງວຽງຈັນ.ອັນພົ້ນເດັ່ນ ແມ່ນໄດ້ຈັດຕັ້ງເຊື່ອມຊືມ ແລະ ປະຕິບັດຄຳແນະນຳຂອງ ຄະນະກວດກາສູນກາງພັກ ເລກທີ 74/ຄກສພ, ດໍາເນີນຊີວິດການເມືອງກາງສະໄໜ ຄະນະບໍລິຫານງານພັກແຂວງ ສະໄໜທີ VI ແລະ ມີຜົນສໍາເລັດເປັນຢ່າງດີ,ວຽກງານກວດກາລັດ ແລະ ຕິດຕາມຜົນຂອງການກວດກາ ຜ່ານມາແມ່ນສຸມໃສ່ຕິດຕາມ ກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ການປະຕິບັດສອງວາລະແຫ່ງຊາດຂອງແຂວງ, ຕິດຕາມ, ກວດກາການຈັດຕັ້ງປະຕິບັດ ລະບຽບກົດໝາຍ ແລະ ດຳເນີນການກວດກາບັນດາເປົ້າໝາຍເພື່ອຕ້ານແລະສະກັດກັ້ນການສໍ້ລາດບັງຫລວງພ້ອມນີ້ທັງສອງຝ່າຍຍັງໄດ້ກ່າວຕື່ມອີກວ່າໃນຕໍ່ຫນ້າຍັງຈະໄດ້ເພີ່ມທະວີສືບຕໍ່ຮ່ວມມືກັນເພື່ອເຮັດໃຫ້ວຽກງານໄດ້ຮັບການຍົກລະດັບຕື່ມອີກບາດກ້າວຫນຶ່ງ.

ໃນໂອກາດດັ່ງກ່າວຍັງໄດ້ລົງຢ້ຽມຢາມ ແລະ ເຂົ້າວາງພວງມາລາ ແລະ ຈູດທູບກາບໄຫວ້ເພື່ອລະນຶກເຖິງດວງວິຍານ ຂອງນັກຮົບ ວິລະຊົນ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍຊີວິດໃນປາງສົງຄາມ ຢູ່ທີ່ ຫໍສີລາຈາລຶກນັກຮົບວິລະບູລຸດ ນັກຮົບຮ່ວມສຳພັນ ລາວ-ຫວຽດນາມ ເມືອງທຸລະຄົມ, ແຂວງວຽງຈັນຕື່ມອີກ.

ພາບ-ຂ່າວ: ຄຳຂຽນ ພົມມີໄຊ

#Medialaos

#ມີເດຍລາວ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version