Home ຂ່າວດ່ວນ ຫຼາຍພາກສ່ວນມອບເງິນ ແລະ ເຄື່ອງຊ່ວຍເຫຼືອເພື່ອແກ້ໄຂໄພພິບັດ

ຫຼາຍພາກສ່ວນມອບເງິນ ແລະ ເຄື່ອງຊ່ວຍເຫຼືອເພື່ອແກ້ໄຂໄພພິບັດ

0

ໃນຕອນແລງວັນທີ 08 ສິງຫາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ ຫຼາຍພາກສ່ວນໄດ້ມອບເງິນ ແລະ ເຄື່ອງຊ່ວຍເຫຼືອ ເພື່ອແກ້ໄຂໄພພິບັດທໍາມະຊາດ ລວມມູນຄ່າທັງໝົດ 13.800.000.000 ກີບ ຊຶ່ງຕາງໜ້າໃຫ້ລັດຖະບານ ແລະ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໃຫ້ກຽດຮັບໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ພະນັກງານທີ່ກ່ຽວຂ້ອງຂອງແຕ່ລະພາກສ່ວນເຂົ້າຮ່ວມ.

ບັນດາພາກສ່ວນທີ່ໄດ້ມາມອບການຊ່ວຍເຫຼືອໃນຄັ້ງນີ້ ປະກອບມີ: ບໍລິສັດຊຽງຂວາງເທຣດດິງ ຈຳນວນ 2.000.000.000 ກີບ; ກຸ່ມບໍລິສັດພົງຊັບທະວີຈຳກັດຜູ້ດຽວ ຈຳນວນ 1.500.000.000 ກີບ; ບໍລິສັດຈະເລີນເຊກອງພະລັງງານຈຳກັດ ແລະ ບໍລິສັດເອັດສທີກຣຸບ ພາກສ່ວນລະ 1.000.000.000 ກີບ; ບໍລິສັດ ລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ (2) ແລະ ບໍລິສັດ ສີສະເກດ ກໍ່ສ້າງຄົບວົງຈອນ ລວມ 700.000.000 ກີບ;   ບໍລິສັດ ເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງ ຈຳກັດຜູ້ດຽວ (AIDC) ແລະ ກຸ່ມບໍລິສັດ AIF ລວມ 600.000.000 ກີບ; ບໍລິສັດ ຮວາລີ ບໍ່ແຮ່ຈຳກັດ ຈຳນວນ 600.000.000 ກີບ; ທະນາຄານຮ່ວມພັດທະນາ (JDB), ບໍລິສັດ ຮ່ວມມືພັດທະນາບໍ່ແຮ່ ໄຊສົມບູນ, ບໍລິສັດ ຫວຽດລົງທຶນ ແລະ ບໍລິສັດ ທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າຈຳກັດຜູ້ດຽວ ພາກສ່ວນລະ 500.000.000 ກີບ; ບໍລິສັດ ຈົງລີລາວ ຈຳນວນ 400.000.000 ກີບ; ບໍລິສັດ ເອເຊຍ ຊັກຊີສ ໂຮນດິ້ງ ບໍ່ແຮ່ ຈຳກັດຜູ້ດຽວ, ບໍລິສັດ ຄຳມ່ວນອີມພຣອດ-ເອັກສພຣອດ, ບໍລິສັດ ລາວກໍ່ສ້າງ ແລະ ຂຸດຄົ້ນຊັບພະຍາກອນ ພາກສ່ວນລະ 300.000.000 ກີບ; ບໍລິສັດເບຍລາວ ມອບນ້ຳດື່ມມູນຄ່າ 300.000.000 ກີບ; ກຸ່ມບໍລິສັດ ພອນສັກ, ບໍລິສັດ ລາດຊະວົງພຣາຊາ ແລະ ກຸ່ມບໍລິສັດດວງຈະເລີນ ພັດທະນາກໍ່ສ້າງຈຳກັດ ພາກສ່ວນລະ 200.000.000 ກີບ; ບໍລິສັດ ແສງທະວີ ແລະ ບໍລິສັດ TVS ຈຳກັດຜູ້ດຽວ ລວມ 200.000.000 ກີບ ແລະ ພາກສ່ວນອື່ນໆ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຂອບໃຈ, ຮູ້ບຸນຄຸນ ແລະ ຊົມເຊີຍຕໍ່ພາກສ່ວນຕ່າງໆ ທີ່ໄດ້ມີຈິດໃຈມະນຸດສະທໍາ, ເອື້ອເພື້ອເຜື່ອແຜ່ ໃຫ້ການຊ່ວຍເຫຼືອຕໍ່ບັນດາຜູ້ປະສົບອຸທົກກະໄພ ໃນຄັ້ງນີ້ ເຖິງວ່າສະພາບເສດຖະກິດມີຄວາມຫຍຸ້ງຍາກ, ຊຶ່ງການຊ່ວຍເຫຼືອດັ່ງກ່າວ ແມ່ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງສະພາບການຕົວຈິງໃນປະຈຸບັນເປັນການເສຍສະຫຼະ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂຜົນກະທົບ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາ ຊົນ ຜູ້ທີ່ປະສົບໄພທໍາມະຊາດ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ, ທັງສ່ອງແສງໃຫ້ເຫັນເຖິງ ຄວາມເປັນຫ່ວງເປັນໄຍ, ໃຫ້ກຳລັງໃຈເຊິ່ງກັນ ແລະ ກັນ ໃນເວລາທີ່ພົບກັບຄວາມຫຍຸ້ງຍາກ. ພ້ອມກັນນັ້ນ, ທ່ານ ນາຍົກລັດຖະ ມົນຕີ ກໍ່ໄດ້ໃຫ້ຢືນຢັນວ່າ ຈະນຳເອົາການຊ່ວຍເຫຼືອດັ່ງກ່າວ ໄປມອບໃຫ້ພາກສ່ວນກ່ຽວຂ້ອງ ນຳໃຊ້ເຂົ້າໃນການຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຜູ້ປະສົບໄພພິບັດ ດ້ວຍຄວາມໂປ່ງໃສ, ໃຫ້ເຖິງ ແລະ ຖືກເປົ້າໝາຍ ຢ່າງແທ້ຈິງ.

ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບຜົນກະທົບຈາກໄພນໍ້າຖ້ວມ ໃນປີນີ້ ແມ່ນໜັກໜ່ວງ ໂດຍເກີດຂຶ້ນຢູ່ຫຼາຍທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໄດ້ສ້າງຄວາມເສຍຫາຍ ຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ເປັນຈຳນວນຫຼວງຫຼາຍ, ຊຶ່ງລັດຖະບານ ກໍ່ຄື ບັນດາຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນຕ່າງໆໃນທົ່ວສັງຄົມ ກໍ່ໄດ້ສຸມໃສ່ໃຫ້ການຊ່ວຍເຫຼືອ ຜູ້ປະສົບໄພພິບັດຢູ່ທ້ອງຖິ່ນຕ່າງໆ ຢ່າງວ່ອງໄວ ແລະ ທັນການສົມຄວນ. ນອກນັ້ນ ທ່ານ ຍັງໄດ້ຮຽກຮ້ອງ ແລະ ສະເໜີພາກສ່ວນຕ່າງໆ ໂດຍສະເພາະພາກທຸລະກິດ, ຜູ້ປະກອບການຈົ່ງພ້ອມກັນໃຫ້ການສະໜັບສະໜູນ ແລະ ປະຕິບັດບັນດາມາດຕະການ ທີ່ລັດຖະບານວາງອອກໂດຍສະເພາະມາດຕະການແກ້ໄຂບັນຫາເຄັ່ງຮ້ອນ ໃນປັດຈຸບັນ ເພື່ອເລັ່ງແກ້ໄຂບັນຫາຕ່າງໆ ໃຫ້ໄດ້ຮັບຜົນເປັນຢ່າງດີ ພ້ອມທັງປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ກໍ່ຄື ການພັດທະນາທ້ອງຖິ່ນທີ່ຕົນເອງດຳເນີນທຸລະກິດ ໃຫ້ນັບມື້ໄດ້ຮັບການພັດທະນາເປັນກ້າວໆ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version