Home ຂ່າວດ່ວນ ກຳລັງ ປກຊ-ປກສ ເລັ່ງຄົ້ນຫາຜູ້ສູນຫາຍຈາກເຫດການ ດິນເຈື່ອນຖົມທາງ 8A

ກຳລັງ ປກຊ-ປກສ ເລັ່ງຄົ້ນຫາຜູ້ສູນຫາຍຈາກເຫດການ ດິນເຈື່ອນຖົມທາງ 8A

0

ຍັງມີຜູ້ສູນຫາຍ 1 ຄົນ ຈາກເຫດການດິນເຈື່ອນທັບຖົມທາງ 8A ນັບແຕ່ພູໄຮ ບ້ານຄູນຄຳ ເມືອງຄູນຄຳ ແຂວງຄຳມ່ວນ ຫາ ບ້ານໜອງກອກ ເມືອງຄຳເກີດ ແຂວງບໍລິຄຳໄຊ(ກິໂລແມັດທີ 46-65) ເຊິ່ງເປັນຄົນຫວຽດນາມ(ໂຊເຟີລົດບັນທຸກສິນຄ້າ); ປັດຈຸບັນ ກຳລັງ ປກຊ-ປກສ ແຂວງ-ເມືອງຄູນຄຳ ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເລັ່ງຄົ້ນຫາ ໂດຍໄດ້ແບ່ງກຳລັງໃນແຕ່ລະມື້ ເພື່ອເຂົ້າໄປຄົ້ນຫາ, ໃນຂະນະ ທີ່ຝົນຍັງສືບຕໍ່ຕົກໃນແຕ່ລະວັນ.

ທ່ານ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ ເສນາທິການກອງທັບ, ຜູ້ປະສານງານວຽກງານຄຸ້ມຄອງໄພພິບັດ ຂັ້ນສູງກາງ, ຫົວໜ້າກອງເສນາທິການ ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ ໄດ້ລົງມາຊີ້ນຳ ກຳລັງ ປກຊ-ປກສ ໃນການຊ່ວຍເຫລືອແກ້ໄຂຜູ້ປະສົບໄພພິບັດດັ່ງກ່າວ ໃຫ້ສຳພາດຕໍ່ສືມວນຊົນໃນວັນທີ 8 ສິງຫາ 2023 ນີ້ວ່າ: ນັບແຕ່ເລີ່ມເກີດເຫດດິນເຈື່ອນທັບຖົມທາງ 8A ທີ່ເປັນເຫດກໍ່ໃຫ້ເກີດລົດຂອງປະຊາຊົນ ຖືກດິນທັບຖົມເປັນຈຳນວນຫລາຍ ກຳລັງ ປກຊ-ປກສ ຂັ້ນແຂວງ, ຂັ້ນເມືອງຄູນຄຳ ໄດ້ສຸມໃສ່ໃຫ້ການຊ່ວຍເຫລືອປະຊາຊົນ ທີ່ຕິດຄ້າງຢູ່ບໍລິເວນດັ່ງກ່າວ ຢ່າງຮີບດ່ວນ ແລະ ສາມາດເຄື່ອນຍ້າຍເອົາຜູ້ຕິດຄ້າງລົງມາຢູ່ເຂດປອດໄພ ທັງໝົດແລ້ວ, ແຕ່ຍັງມີຜູ້ສູນຫາຍ 1 ຄົນ, ເປັນຄົນຫວຽດນາມ (ຄົນຂັບລົດບັນທຸກສິນຄ້າ) ເຊິ່ງ ກຳລັງ ປກຊ-ປກສ ໄດ້ນຳໃຊ້ກຳລັງທັງໝົດ 70 ກວ່າຄົນ ໂດຍແບ່ງກຳລັງອອກເປັນ 2 ຈຸ ເລັ່ງຊອກຄົ້ນຢ່າງເອົາຈິງເອົາຈັງ ໃນການເດີນສຳຫລວດໃນບໍລິເວນທີ່ລົດຕິດຄ້າງ ໃນລັດສະໝີ 1 ກິໂລແມັດ, ພ້ອມທັງຖາງປ່າ, ຕັດໄມ້, ຂຸດດິນອອກ ເປັນບໍລິເວນກວ້າງ(8×8 ແມັດ) ເພື່ອຄົ້ນຫາຜູ້ສູນຫາຍ. ສຳລັບ ອຸປະກອນທີ່ນຳໃຊ້ເຂົ້າໃນການຄົ້ນຫາແມ່ນຈົກ, ຊ້ວນ, ສຽມ, ບໍ່ສາມາດນຳເອົາກົນຈັກ ເຂົ້າໄປນຳໃຊ້ໄດ້ ເນື່ອງຈາກຈຸດທີ່ລົດຖືກດິນທັບຖົມ ຢູ່່່ຫ່າງຈາກເຂດທີ່ເຂົ້າເຖິງໄດ້ປະມານ 2-3 ກິໂລແມັດ, ການເຂົ້າໄປຄົ້ນຫາຕ້ອງໄດ້ຍ່າງເຂົ້າໄປ ໃຊ້ເວລາ 2-3 ຊົ່ວໂມງ. ໃນຂະນະທີ່ ຈຸດທີ່ດິນເຊາະເຈື່ອນທັບຖົມ ສູງປະມານ 4-5 ແມັດ ແລະ ມີຕົ້ນໄມ້ໃຫຍ່-ນ້ອຍ, ຫີນ ທັບຖົມເປັນຈຳນວນຫລາຍ ເຊິ່ງເປັນອຸປະສັກ ຕໍ່ການຄົ້ນຫາ ບວກກັບຝົນຍັງສືບຕໍ່ຕົກຕະຫລອດວັນ ເຮັດໃຫ້ການຄົ້ນຫາມີຄວາມຊັກຊ້າ.

ທ່ານ ພັນໂທ ພົມມາລາ ຄານລາວັນ ຫົວໜ້າກອງບັນຊາການ ປກສ ເມືອງຄູນຄຳ ໃຫ້ສຳພາດວ່າ: ນັບແຕ່ເກີດສະພາບ ດິນເຈື່ອນທັບຖົມທາງ 8A ກຳລັງ ປກສ ກໍໄດ້ຮີບຮ້ອນສົມທົບກັບ ກຳລັງ ປກຊ ເລັ່ງເຂົ້າໃຫ້ການຊ່ວຍເຫລືອ ກອບກູ້ເອົາຜູ້ຕິດຄ້າງລົງມາໄດ້ສຳເລັດ-ປອດໄພ ແລະ ໄດ້ສຸມທຸກກຳລັງແຮງ ສືບຕໍ່ຄົ້ນຫາ ຜູ້ສູນຫາຍ 1 ຄົນ (ຄົນຫວຽດນາມ) ທີ່ຍັງບໍ່ສາມາດພົບເຫັນ ນັບແຕ່ມື້ເລີ່ມເກີດເຫດ ຈົນມາຮອດປັດຈຸບັນ. ຜ່ານການຄົ້ນຫາ ນັບແຕ່ວັນທີ 5 ສິງຫາ ເປັນຕົ້ນມາ ໄດ້ພົບຫລັກຖານ ກໍຄື ພາດສະປອດ, ໂທລະສັບ ແລະ ເງິນຂອງຜູ້ກ່ຽວ ຢູ່ໃນລົດ ເຊິ່ງເປັນການຢືນຢັນວ່າຜູ້ກ່ຽວໄດ້ຖືກຜົນກະທົບຢູ່ບໍລິເວນດັ່ງກ່່າວແທ້, ເຖິງຢ່າງໃດກໍຕາມ ກຳລັງ ປກສ-ປກຊ ຈະສືບຕໍ່ສຸມທຸກກຳລັງແຮງ ເຂົ້າໄປຄົ້ນຫາຜູ້ສູນຫາຍ ຈົນກວ່າຈະພົບ ບໍ່ວ່າຈະເປັນ ຫລື ເສຍຊີວິດ.

ຂ່າວ-ພາບ: ທະນູທອງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version