Home ທຸລະກິດ ເປີດງານວຽງຈັນເຊັນເຕີ ມໍເຕີໂຊ 2023 ນະວັດຕະກຳສຸດລ້ຳ

ເປີດງານວຽງຈັນເຊັນເຕີ ມໍເຕີໂຊ 2023 ນະວັດຕະກຳສຸດລ້ຳ

0

ງານວຽງຈັນເຊັນເຕີ ມໍເຕີໂຊ 2023 (Vientiane Center Motor Show 2023) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 5-13 ສິງຫາ 2023 ນີ້, ພາຍໃຕ້ຫົວຂໍ້ “ນະວັດຕະກຳສຸດລ້ຳ ຕອບໂຈດທຸກຮູບແບບການດຳລົງຊີວິດ’’ຢູ່ສູນການຄ້າວຽງຈັນເຊັນເຕີ ຊັ້ນ1 ນະຄອນຫລວງວຽງຈັນ (ນວ) ເລີ່ມເປີດເວລາ 10:00 ເປັນຕົ້ນໄປ. ໃຫ້ກຽດເຂົ້າຮ່ວມເປີດງານດັ່ງກ່າວ, ມີທ່ານ ດາລາ ອິນດາວົງ ຮອງຫົວໜ້າກົມສົ່ງ ເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານນາງ ສະຫວັນທອງ ອຸນມີໄຊ ຮອງຜູ້ອຳນວຍການບໍລິສັດພັດທະນາ ສູນເສດຖະກິດການຄ້າ ຄົບວົງຈອນ ໜອງຈັນຕອນເໜືອ ຈຳກັດ, ພ້ອມດ້ວຍບັນດາຜູ້ບໍລິຫານ ບໍລິສັດຕົວແທນຈຳໜ່າຍພາຫະນະຕ່າງໆ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ທ່ານ ອະພິຊາດ ສະຫວັດວົງຄົນ ຜູ້ຊ່ວຍອຳນວຍການສູນການຄ້າວຽງຈັນເຊັນເຕີ ກ່າວວ່າ: ງານ Vientiane Center Motor Show 2023 ເປັນງານປະຈຳປີ ຂອງສູນການຄ້າວຽງຈັນເຊັນເຕີ ເຊິ່ງປີນີ້ ໄດ້ຈັດຂຶ້ນເປັນປີທີ 6 ແລ້ວ ໂດຍງານດັ່ງກ່າວ ໄດ້ສະທ້ອນໃຫ້ເຫັນເຖິງຄວາມສໍາຄັນ ທາງດ້ານການພັດທະນານະວັດຕະກໍາລົດໃຫຍ່ (ຍານຍົນ) ແລະ ຊຸກຍູ້ສົ່ງເສີມ ທຸລະກິດຄ້າ-ຂາຍລົດໃຫຍ່ ເພື່ອເປັນການຕອບສະໜອງ ຄວາມຕ້ອງການຊົມໃຊ້ ໃຫ້ແກ່ລູກຄ້າ ເຊິ່ງເປັນອີກທາງເລືອກໜຶ່ງ ໃນການຕັດສິນໃຈຊື້ພາຫະນະທີ່ມີຄຸນນະພາບ ແລະ ເໝາະສົມຕາມຄວາມຕ້ອງການ. ພາຍໃນງານ ຍັງມີຫລາກຫລາຍໂປຣໂມຊັນ ຈາກບໍລິສັດຕົວແທນຈໍາໜ່າຍລົດ ທີ່ເຂົ້າຮ່ວມ ແລະ ກຽມມາເພື່ອງານຄັ້ງນີ້ໂດຍສະເພາະ.

ງານ Vientiane Center Motor Show 2023 ໃນຄັ້ງນີ້, ມີບໍລິິສັດ ຕົວແທນຈຳໜ່າຍລົດຊັ້ນນຳ ໄດ້ນຳເອົາລົດຫລາກຫລາຍຍີ່ຫໍ້ ທີ່ມີຄຸນນະພາບ, ທົນທານ, ແຂງແກ່ນ ແລະ ສວຍງາມ ມາວາງສະແດງ ແລະ ຈຳໜ່າຍ ເປັນຕົ້ນ, ລົດຍີ່ຫໍ້ໄບ (BAIC), ໂຟຕອນ (FOTON), ບີວາຍດີ (BYD), ຮຸນໄດ (HYUNDAI), ເກຍ (KIA), ມິດຊູບິຊິ (MITSUBISHI), ຈັນກັງ (CHANGAN), ເຊີລີ (CHERY), ຕົງເຟິງ (DON GFENG), ເຈເອັມ ອີວີ (JMEV), ເນຕາ (NETA), ນິສສັນ (NISSAN), ຊູຊູກິ (SUZUKI), ວູຫລິງ (WULING), ຢາຕິ (YADEA) ແລະ ຍີ່ຫໍ້ອື່ນໆ.

ຂ່າວ-ພາບ: ທະນູທອງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version