Home ແຈ້ງການສໍາຄັນ ແຈ້ງເຕືອນດິນເຈື່ອນ ວັນທີ 07 ສິງຫາ 2023

ແຈ້ງເຕືອນດິນເຈື່ອນ ວັນທີ 07 ສິງຫາ 2023

0

ແຈ້ງເຕືອນດິນເຈື່ອນ ປະຈຳວັນທີ 07 ສິງຫາ 2023 ຍ່ອມຄວາມກົດດັນອາກາດຕໍ່າທີ່ພາກເໜືອຂອງປະເທດຫວຽດນາມ ຍັງຈະສືບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກພ້ອມມີລົມພັດແຮງຢູບາງທ້ອງຖິ່ນແຂວງ ພາກເໜືອ ແລະ ພາກກາງຕື່ມອີກ. ເນື່ອງຈາກວ່າໄດ້ມີຝົນຕົກໜັກຕິດຕໍ່ກັນຫລາຍວັນຜ່ານມາ. ດັ່ງນັ້ນຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງທຸກພາກສ່ວນທີ່ອາໄສຢູ່ແຂວງພາກເໜືອ ແລະ ພາກກາງ ຈົ່ງມີສະຕິລະວັງຕໍ່ສະພາບຝົນຕົກໜັກທີ່ຈະເຮັດໃຫ້ເກີດມີດິນເຈື່ອນ ແລະ ນໍ້າຖ້ວມຊຸ ທີ່ຈະເກີດຂື້ນໄດ້ໃນໄລຍະນີ້. ພ້ອມທັງກະກຽມຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version