Home ຂ່າວກິລາ ເຊວຊີ ພ້ອມຫຍັບສູ້ລາຄາ ລ່າຕົວ ໄຄເຊໂດ ກ່ອນປິດຕະຫຼາດ

ເຊວຊີ ພ້ອມຫຍັບສູ້ລາຄາ ລ່າຕົວ ໄຄເຊໂດ ກ່ອນປິດຕະຫຼາດ

0

ທີມງານຍັງບໍ່ທໍ້ຖອຍ, ຄົນລໍຖ້າຢ່າຖອຍໃຈ ເຊວຊີ ຍັງບໍ່ພັບແຜນລ່າຕົວ ມອຍເຊສ ໄຄເຊໂດ ກອງກາງເອກົວດໍ ຂອງ ໄບຣຕັນ ມາເສີມທີມແຕ່ຢ່າງໃດ ໂດຍພ້ອມຫຍັບລາຄາຂຶ້ນອີກໃນຂໍ້ສະເໜີສະບັບໃໝ່ ເຖິງແມ່ນວ່າຂໍ້ຕົກລົງດັ່ງກ່າວໄດ້ຊັກຊ້າຈົນເຖິງປັດຈຸບັນນີ້ ທີ່ບໍ່ເຫຼືອເກມອຸ່ນເຄື່ອງກ່ອນລະດູການໃຫ້ລອງທີມແລ້ວ ແລະ ໄລຍະຫຼັງກໍມີຂ່າວວ່າ ທີມມະຫາເສດຖີໃນ ໂປຣລີກ ຊາອູດິ ອາຣະເບຍ ຍື່ນເງິນສູ້ອີກຕ່າງຫາກກໍຕາມ.

ໃນຂະນະທີ່ ລິເວີພູລ ສາມາດປິດການຕົກລົງຊື້ ອະເລັກຊິສ ແມັກອາລິສເຕີ ກອງກາງແຊ້ມໂລກຂອງ ໄບຣຕັນ ໄປໄດ້ຕັ້ງແຕ່ໃນໄລຍະເປີດຕະຫຼາດ ມາເຖິງປັດຈຸບັນ ເຊວຊີ ຍັງບໍ່ອາດຄວ້າຕົວ ເຄເຊໂດ້ ໄດ້ຢ່າງສຳເລັດຜົນ ໂດຍຂໍ້ສະເຫນີທີ່ຍື່ນໃຫ້ນັ້ນ ຍັງບໍ່ຖືກໃຈ ໄບຣຕັນ ຕະຫຼອດໄລຍະທີ່ຜ່ານມາ.

ກ່ອນໜ້ານີ້, Sky Sports ລາຍງານວ່າ ເຊວຊີ ຄົງນິ່ງເສີຍລໍຖ້າໃຫ້ ໄບຣຕັນ ໃຈອ່ອນຕໍ່ໄປອີກບໍ່ໄດ້ ເມື່ອສະໂມສອນໜຶ່ງເຊິ່ງບໍ່ເປັນທີ່ເຜີດເຜີຍຊື່ຈາກ ໂປຣລີກ ຊາອູດິ ອາຣະເບຍ ໄດ້ຍື່ນເງິນຈໍານວນມະຫາສານໃຫ້ກັບ ໄບຣຕັນ ຮັບໄປພິຈາລະນາແລ້ວ ດ້ວຍຄ່າຕົວທີ່ຫຼາຍກວ່າ 80 ລ້ານປອນແລ້ວ

ຫຼ້າສຸດ ເດິະ ຊັນ ລະບຸວ່າ ເຊວຊີ ກຽມເຂົ້າຫາ ໄບຣຕັນ ດ້ວຍຂໍ້ສະເໜີໃໝ່ທີ່ມີມູນຄ່າ 90 ລ້ານປອນ ເຊິ່ງຄັ້ງນີ້ ເຊື່ອວ່າໜ້າຈະໂນ້ມນ້າວໃຈທີມ ໄບຣຕັນ ຂຶ້ນໄດ້ຫຼາຍ.

ສໍາລັບທ່າທີຂອງ ໄບຣຕັນ ເບິ່ງຄືວ່າຈະຍອມປ່ອຍ ໄຄເຊໂດ ໃນໄວໆນີ້ເຊັ່ນກັນ ເມື່ອພວກເຂົາກໍາລັງເດີນໜ້າໄລ່ລ່າ ໂມຮໍາເໝັດ ຄູດຸສ ກອງກາງ ອາແຈັກ ອໍາສະເຕີດໍາ ຢູ່ໃນປັດຈຸບັນນີ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version