Home ຂ່າວກິລາ ບໍ່ເຖິງ 1 ເດືອນ “ເອັນຣິເກ” ອາດລາ “PSG” ຫຼັງ “ເອັມບັບເປ” ກໍ່ເລື່ອງບໍ່ເໝາະສົມຕໍ່ທີມ

ບໍ່ເຖິງ 1 ເດືອນ “ເອັນຣິເກ” ອາດລາ “PSG” ຫຼັງ “ເອັມບັບເປ” ກໍ່ເລື່ອງບໍ່ເໝາະສົມຕໍ່ທີມ

0

ເມື່ອວັນທີ 4 ສິງຫາ 2023 ຜ່ານມາ ໜັງສືພິມ Marca ຂອງແອັດສະປາຍ ລາຍງານວ່າ ຫຼຸຍ ເອັນຣິເກ ອາດຕັດສິນໃຈແຍກທາງກັບ ປາຣີ ແຊັງ-ແຊັກແມັງ (PSG) ທັງທີ່ຫາກໍເຂົ້າຮັບຕຳແໜ່ງຜູ້ຈັດການທີມຄົນໃໝ່ຂອງທີມຍິ່ງໃຫຍ່ລີກ 1 ຝຣັ່ງ ຕໍ່ຈາກ ຄຣິສຕອຟ ກັນທິເຢ ເມື່ອວັນທີ 5 ກໍລະກົດ ຫຼື ບໍ່ເຖິງ 1 ເດືອນ ເນື່ອງຈາກສະຖານະການໃນທີມກໍາລັງແຕກຫັກຢ່າງຮຸນແຮງ.

ສາເຫດ ເນື່ອງຈາກ PSG ບໍ່ສາມາດຈັດການອະນາຄົດຂອງ ຄີລຽນ ເອັມບັບເປ ໄດ້ ເຊິ່ງຍອດດາວຍິງທີມຊາດຝຣັ່ງອາຍຸ 24 ປີ ໄດ້ຕັດສິນໃຈແຍກຕົວກັບສະໂມສອນດ້ວຍການປະຕິເສດທີ່ຈະໃຊ້ທາງເລືອກໃນການຂະຫຍາຍສັນຍາຕໍ່ໄປອີກ 1 ປີ ແລະ ພ້ອມທີ່ຈະຢູ່ກັບທີມຈົນກ່ວາສິ້ນສຸດສັນຍາໃນເດືອນມິຖຸນາປີໜ້າ ເພື່ອລໍຖ້າເວລາທີ່ຈະຍ້າຍໄປຢູ່ກັບ ຣີວ ມາດຣິດ ທີມຍິ່ງໃຫຍ່ ລາລີກາ ແອັດສະປາຍ ເຊິ່ງເປັນທີມທີ່ເຂົາໄຝ່ຝັນມາຕະຫຼອດ.

ເຖິງແມ່ນວ່າ PSG ຈະພ້ອມຂາຍ ຄີລຽນ ເອັມບັບເປ ໃນລະດູຮ້ອນນີ້ ເພື່ອຫຼີກເວັ້ນການສູນເສຍລ້າໆຫຼັງຈາກສັນຍາໝົດອາຍຸ ແຕ່ຕົວນັກເຕະກໍປະຕິເສດທີ່ຈະລົມກັບ ອັລ ຮິລາວ ທັງທີ່ທີມເງິນໜາຈາກລີກ ຊາອູດິ ຍື່ນຂໍ້ສະເໜີເປັນສະຖິຕິໂລກ 259 ລ້ານປອນ ແລະ ສະໂມສອນກໍຕອບຕົກລົງແລ້ວດ້ວຍ ເຮັດໃຫ້ PSG ຕັດຊື່ອອກຈາກການໄປທ່ຽວອຸ່ນເຄື່ອງກ່ອນເປີດລະດູການອາຊີທັນທີ.

ນອກຈາກນີ້ ຍັງມີລາຍງານອີກວ່າ ຫຼຸຍ ຄໍາໂປສ ຜູ້ອໍານວຍການກິລາ PSG ເຊິ່ງມີບົດບາດສໍາຄັນໃນການແຕ່ງຕັ້ງ ຫຼຸຍ ເອັນຣິເກ ເປັນຜູ້ຈັດການຄົນໃໝ່ ກໍມີທ່າອ່ຽງວ່າອາດໂບກມືອໍາລາສະໂມສອນເຊັ່ນກັນ ເຮັດໃຫ້ອະດີດຜູ້ຈັດການທີມບາເຊໂລນາ ແລະ ທີມຊາດແອັດສະປາຍ ເລີ່ມຮູ້ສຶກບໍ່ສະບາຍໃຈໃນການເຮັດວຽກ ແລະ ມີຄວາມຄິດທີ່ຈະອໍາລາທີມກ່ອນທີ່ລີກ 1 ຝຣັ່ງຈະເປີດລະດູການ ພົບກັບ ລໍຣິຢອງ ໃນວັນທີ 12 ສິງຫານີ້.

ບໍ່ພຽງແຕ່ເທົ່ານັ້ນ ມາກາ ຍັງເປີດເຜີຍອີກວ່າ ຣາຟາເອວ ໂປລ ຜູ້ຊ່ວຍຂອງ ຫຼຸຍ ເອັນຣິເກ ກໍກໍາລັງພິຈາລະນາເລື່ອງການແຍກທາງເຊັ່ນກັນ ແຕ່ແຫຼ່ງຂ່າວຈາກ PSG ກໍຮີບອອກມາປະຕິເສດທັນທີວ່າຂ່າວນີ້ເປັນເລື່ອງບໍ່ມີເຫດຜົນ ຢ່າງໃດກໍຕາມ, ບັນຫານີ້ຍັງຕ້ອງໄດ້ຕິດຕາມຄວາມຄືບໜ້າຕໍ່ໄປວ່າຈະເກີດຂຶ້ນແທ້ຫຼືບໍ່.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version