Home ຂ່າວກິລາ ຣິວ ມາດຣິດ ເງິນບໍ່ເຖິງຈະດຶງ ເອັມບັບເປ ລະດູຮ້ອນນີ້

ຣິວ ມາດຣິດ ເງິນບໍ່ເຖິງຈະດຶງ ເອັມບັບເປ ລະດູຮ້ອນນີ້

0

ຣີວ ມາດຣິດ ມີເງິນທຶນບໍ່ເຖິງ 400 ລ້ານເອີໂຣ ໃນກໍລະນີດຶງ ຄີລຽນ ເອັມບັບເປ ຮ່ວມທີມໃນລະດູຮ້ອນນີ້ທັນທີ. ກອງໜ້າອາຍຸ 24 ປີ ໄດ້ປະຕິເສດການຂະຫຍາຍສັນຍາກັບປາຣີ ແຊງ-ແຊກແມງ (PSG) ເຮັດໃຫ້ສັນຍາສະບັບປັດຈຸບັນກໍາລັງຈະໝົດລົງໃນກາງປີໜ້າ ທ່າມກາງຄວາມບໍ່ພໍໃຈຂອງ PSG ເຊິ່ງຊອກຫາທາງປ່ອຍຕົວນັກເຕະອອກໄປໂດຍໄວ.

ກ່ອນໜ້ານີ້ ມີລາຍງານຂ່າວວ່າ ອັລ ຮິລາວ ພ້ອມທຸ່ມເທເງິນມະຫາສານພື່ອດຶງຕົວກອງໜ້າທີມຊາດຝຣັ່ງໄປຮ່ວມທີມ ແຕ່ນັກເຕະໄດ້ປະຕິເສດໂອກາດດັ່ງກ່າວ ເພາະບໍ່ສົນໃຈ ຫຼືແມ່ນແຕ່ເປີດການເຈລະຈາ.

ຫຼ້າສຸດ ເລີ ປາຣີຊຽງ ລະບຸສະຖານະການຂອງ ຣິວ ມາດຣິດ ບໍ່ຕ່າງຫຍັງກັນ ເພາະຫາກ ຣິວ ມາດຣິດ ປ່ຽນໃຈເຂົ້າຫາ ເອັມບັບເປ ໃນລະດູຮ້ອນນີ້ທັນທີ ທີມດັງຂອງແອັດສະປາຍ ຈະມີບັນຫາເລື່ອງເງິນທຶນ.

ສື່ຂອງຝຣັ່ງເຊື່ອວ່າ ຣິວ ມາດຣິດ ໄດ້ຕົກລົງໃນສັນຍາລ່ວງໜ້າມູນຄ່າ 200 ລ້ານເອີໂຣ ເຊິ່ງລວມທັງຄ່າຈ້າງ ແລະ ຄ່າເຊັນສັນຍາ ທີ່ຈະຈ່າຍໃຫ້ນັກເຕະຕັ້ງແຕ່ກາງປີ 2024. ແນວໃດກໍຕາມ ຫາກຍອດທີມຈາກແອັດສະປາຍປ່ຽນແຜນດຶງກອງໜ້າອາຍຸ 24 ປີໃນຕອນນີ້ທັນທີ ຈະສົ່ງໃຫ້ສະໂມສອນຕ້ອງຫາເງິນເພີ່ມອີກ 200 ລ້ານເອີໂຣເປັນຄ່າຈ້າງທີ່ຈ່າຍໃຫ້ກັບ PSG.

ທາງດ້ານ ປາຣີ ແຊງ-ແຊກແມັງ ຍັງຄົງຢືນຢັນຄ່າຕົວ 200 ລ້ານເອີໂຣ ແລະ ບໍ່ມີທ່າທີຫຼຸດລົງມາ ເຖິງແມ່ນວ່າສະໂມສອນມີຄວາມສ່ຽງທີ່ຈະສູນເສຍນັກເຕະອອກໄປແບບບໍ່ມີຮຄ່າຕົວໃນກາງປີໜ້າ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version