Home ຂ່າວດ່ວນ ເຈົ້າແຂວງຄຳມ່ວນ ຮຽກຮ້ອງພໍ່ແມ່ປະຊາຊົນເອົາໃຈໃສ່ຕິດຕາມສະພາບອາກາດ

ເຈົ້າແຂວງຄຳມ່ວນ ຮຽກຮ້ອງພໍ່ແມ່ປະຊາຊົນເອົາໃຈໃສ່ຕິດຕາມສະພາບອາກາດ

0

ວັນທີ 6 ສິງຫານິ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ໃຫ້ສຳພາດຕໍ່ສື່ມວນຊົນ ໃນໂອກາດທີ່ລົງເຄື່ອນໄຫວຕິດຕາມສະພາບການນໍ້າຖ້ວມຢູ່ເມືອງຄູນຄໍາວ່າ: ເລີ່ມແຕ່ວັນທີ 27 ກໍລະກົດ ຜ່ານມາ ໄດ້ເກີດມີຝົນຕົກຢ່າງໜັກຕິດຕໍ່ກັນຫຼາຍວັນ ເປັນສາເຫດເຮັດໃຫ້ມີ 2 ເຫດການໃຫຍ່ ທີ່ເກີດຂຶ້ນຢູ່ເມືອງຄູນຄຳຄື: ເຫດການທີໜຶ່ງ ແມ່ນເກີດມີນໍ້າຖ້ວມຢ່າງໜັກ ເຮັດໃຫ້ພໍ່ແມ່ປະຊາຊົນໄດ້ຮັບຜົນກະທົບຈຳນວນ 14 ບ້ານ. ໃນນັ້ນ, ບ້ານທີ່ຖືກຜົນກະທົບຮ້າຍແຮງມີ 9 ບ້ານ, ມີ 2 ພັນກວ່າຄອບຄົວ, ມີປະຊາຊົນຈຳນວນ 12 ພັນກວ່າຄົນ ໄດ້ຮັບຜົນກະທົບ. ຕໍ່ກັບເຫດການດັ່ງກ່າວ ຄະນະການນໍາຂອງແຂວງ, ເມືອງ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ຊີ້ນໍາ ກ່ຽວກັບການແກ້ໄຂໄພພິບັດ ເປັນຕົ້ນແມ່ນການກອບກູ້ ແລະ ຍົກຍ້າຍປະຊາຊົນທີ່ຖືກຜົນກະທົບອອກມາຢູ່ເຂດທີ່ປອດໄພ ຊຶ່ງໃນປັດຈຸບັນການຍົກຍ້າຍປະຊາຊົນໄດ້ປະມານ 70%. ສ່ວນປະຊາຊົນອີກຈຳນວນໜຶ່ງທີ່ຍັງມີຄວາມເປັນຫ່ວງຕໍ່ຊັບສິນຂອງເຂົາເຈົ້າ ກໍຍັງອາໄສຢູ່ຕາມເຮືອນທີ່ມີຄວາມສູງ ທີ່ນໍ້າຍັງບໍ່ຂຶ້ນເຖິງ. ສຳລັບສັດລ້ຽງຈຳນວນໜຶ່ງກໍ່ໄດ້ຍົກຍ້າຍໄປຢູ່ບ່ອນທີ່ສູງ ແລະ ຈຳນວນສັດທີ່ຕາຍກໍມີຢ່າງຫຼວງຫຼາຍ, ສ່ວນວ່າປະຊາຊົນທີ່ໄດ້ຮັບຜົນກະທົບ ທາງການຈັດຕັ້ງກໍໄດ້ເອົາໃຈໃສ່ ແກ້ໄຂບັນເທົາທຸກໃນເບື້ອງຕົ້ນ ໂດຍສະເພາະແມ່ນໄດ້ລະດົມ ແລະ ນຳເອົາ ເຂົ້າສານອາຫານແຫ້ງ ແລະ ນໍ້າດື່ມ ລວມເຖິງເຄື່ອງນຸ່ງຫົ່ມໄປມອບໃຫ້ແກ່ເຂົາເຈົ້າ.

ສ່ວນເຫດການທີສອງ ແມ່ນເຫດການດິນເຈື່ອນຖັບຖົມທາງ ຢູ່ເສັ້ນທາງເລກທີ 8A (ໃນກິໂລແມັດທີ 46-65) ຢູ່ລະຫວ່າງເຂດແດນຂອງເມືອງຄູນຄໍາ ແຂວງຄໍາມ່ວນ ແລະ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ຊຶ່ງມີພາຫະນະທີ່ຕົກຄ້າງປະມານ 90 ກວ່າຄັນ ແລະ ມີປະຊາຊົນຕົກຄ້າງປະມານ 80 ກວ່າຄົນ. ໃນປັດຈຸບັນແມ່ນໄດ້ມີການກອບກູ້ເອົາຈຳນວນຜູ້ຕົກຄ້າງອອກມາໄດ້ຢ່າງປອດໄພທັງໝົດແລ້ວ. ຕໍ່ກັບສະພາບການດັ່ງກ່າວ ແມ່ນໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ກັບຊີວິດ ແລະ ຊັບສິນຂອງພໍ່ແມ່ປະຊາຊົນ ແລະ ປະຊາຊົນຈຳນວນດັ່ງກ່າວ ກໍໄດ້ຮັບການຊ່ວຍເຫຼືອແກ້ໄຂບັນເທົາທຸກດ້ວຍການປະກອບສ່ວນຂອງສັງຄົມທັງພາຍໃນແຂວງ ແລະ ຕ່າງແຂວງ. ໃນໂອກາດນີ້, ທ່ານເຈົ້າແຂວງໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຊາວ ແຂວງຄຳມ່ວນ ຈົ່ງໄດ້ເອົາໃຈໃສ່ຕິດຕາມເຝົ້າລະວັງກ່ຽວກັບສະພາບການນໍ້າຖ້ວມທີ່ອາດຈະເກີດຂຶ້ນໃນຕໍ່ໜ້ານີ້ ເນື່ອງຈາກວ່າສະພາບຝົນແມ່ນຍັງສືບຕໍ່ຕົກຢ່າງຕໍ່ເນື່ອງ, ນໍ້າໃນແມ່ນໍ້າຕ່າງໆກໍເພີ່ມລະດັບສູງຂຶ້ນເລື້ອຍໆ. ໃນບາງແມ່ນໍ້າຢູ່ບັນດາເມືອງຕ່າງໆກໍໄດ້ຂຶ້ນກາຍເຂດເຕືອນໄພ ແລະ ກາຍເຂດອັນຕະລາຍ ໃຫ້ປະຊາຊົນຢູ່ໃນເຂດທີ່ມີຄວາມສ່ຽງຈົ່ງໄດ້ຕິດຕາມເຝົ້າລະວັງ ແລະ ໃຫ້ອຳນາດການປົກຄອງເມືອງ ຕິດຕາມຢ່າງໃກ້ຊິດ ເພື່ອແຈ້ງເຕືອນໃຫ້ປະຊາຊົນ ກຽມພ້ອມຮັບມື. ໃນໂອກາດນີ້, ທ່ານໄດ້ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມຈົ່ງໄດ້ໃຫ້ການຊ່ວຍເຫຼືອທາງດ້ານວັດຖຸ ແລະ ຈິດໃຈ ປະກອບສ່ວນແກ້ໄຂບັນຫາອຸທົກກະໄພໃນຄັ້ງນີ້ ເພື່ອຫຼີກລ້ຽງການເສຍຊີວິດຂອງປະຊາຊົນ ແລະ ຫຼຸດຜ່ອນຕໍ່ຜົນການເສຍທາງດ້ານຊັບສິນຂອງປະຊາຊົນໃຫ້ໜ້ອຍທີ່ສຸດ. ໃນນາມຕາງໜ້າໃຫ້ການນຳແຂວງ ຂໍຖືໂອກາດນີ້ ຂອບໃຈມາຍັງພາກສ່ວນຕ່າງໆທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ຫວັງວ່າຍັງຈະໄດ້ຮັບການປະກອບສ່ວນຈາກບັນດາການຈັດຕັ້ງ, ບໍລິສັດ, ຫ້າງຮ້ານ ແລະ ບຸກຄົນຕ່າງໆໃນສັງຄົມ ເພື່ອຊຸກຍູ້ຊ່ວຍເຫຼືອບັນເທົາທຸກໃຫ້ແກ່ປະຊົນຊົນຜູ້ທີ່ຖືກເຄາະຮ້າຍໃນຄັ້ງນີ້.

(ຂ່າວ: ແຂວງຄໍາມ່ວນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version