Home ຂ່າວດ່ວນ ຊີໂນ-ອາກຣີ ໂປຕາສ ມອບເຄື່ອງໃຫ້ປະຊາຊົນຜູ້ປະສົບໄພນໍ້າຖ້ວມຢູ່ແຂວງຄໍາມ່ວນ

ຊີໂນ-ອາກຣີ ໂປຕາສ ມອບເຄື່ອງໃຫ້ປະຊາຊົນຜູ້ປະສົບໄພນໍ້າຖ້ວມຢູ່ແຂວງຄໍາມ່ວນ

0

ວັນທີ 6 ສິງຫາ ນີ້ ທີ່ຫ້ອງວ່າການແຂວງຄໍາມ່ວນ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ປະກອບມີ: ນໍ້າດື່ມ, ເຂົ້າສານຈ້າວ, ເຂົ້າສານໜຽວ, ໝີ່, ປາກະປ໋ອງ ແລະ ຢາປົວພະຍາດຈໍານວນໜຶ່ງ ລວມມູນຄ່າທັງໝົດ 100 ລ້ານກີບ. ມາມອບໃຫ້ກອງເລຂາຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ເພື່ອນຳໄປຊ່ວຍເຫຼືອຜູ້ປະສົບໄພທໍາມະຊາດ (ນໍ້າຖ້ວມ) ຢູ່ບັນດາເມືອງຂອງແຂວງຄໍາມ່ວນ, ເພື່ອເປັນການແບ່ງເບົາ ແລະ ເປັນກຳລັງໃຈແກ່ຜູ້ທີ່ໄດ້ຮັບຜົນກະທົບໄດ້ຜ່ານວິກິດນີ້ໄປດ້ວຍດີ. ຮັບໂດຍທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ, ມອບໂດຍ ທ່ານ ຈູ່ຊຽງລີ່ ຮອງອໍານວຍການບໍລິສັດຊີໂນ-ອາກຣີ ໂປຕາສ ຈໍາກັດ,​ ມີພະແນການກ່ຽວຂ້ອງຮ່ວມເປັນສັກຂີພິຍານ.

ເຫດການນໍ້າຖ້ວມຄັ້ງນີ້, ປັດຈຸບັນທາງການນໍາທັງສູນກາງ, ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ທຸກຂັ້ນ ພວມເລັ່ງໃຫ້ການຊ່ວຍເຫຼືອຢ່າງເຕັມທີ່. ສໍາລັບແຜນແຈກຢາຍເຄື່ອງທີ່ບັນດາບໍລິສັດນໍາມາມອບ ທາງຄະນະກອງເລຂາ ພວມເລັ່ງນໍາໄປແຈກຢາຍຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບ ຊຶ່ງຕາມແຜນໃນມື້ນີ້ແມ່ນຈະນໍາໄປມອບທີ່ເມືອງນາກາຍ ແລະ ເມືອງຫິນບູນ. ສ່ວນການຮັບບໍລິຈາກແມ່ນຍັງສືບຕໍ່ໄປເລື້ອຍໆ ສຳລັບຜູ້ທີ່ສົນໃຈຢາກຈະປະກອບສ່ວນສາມາດເຂົ້າຮ່ວມການບໍລິຈາກໄດ້ທີ່ຫ້ອງວ່າການແຂວງຄຳມ່ວນ ຫຼື ຕິດຕໍ່ທາງກອງເລຂາໄດ້ທີເບີໂທລະສັບ 020 22157273 ແລະ ເບີ 020 52223499.

(ຂ່າວ: ແຂວງຄໍາມ່ວນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version