Home ຂ່າວຕ່າງປະເທດ ເກີດໄພພິບັດທຳມະຊາດຢູ່ ສປຈີນ-ຊອກຊີ ເສຍຊີວິດ-ສູນຫາຍ ເກືອບ 160 ຄົນ

ເກີດໄພພິບັດທຳມະຊາດຢູ່ ສປຈີນ-ຊອກຊີ ເສຍຊີວິດ-ສູນຫາຍ ເກືອບ 160 ຄົນ

0

ສຳນັກ​ຂ່າວ ຕ່າງປະ​ເທດ ລາຍ​ງານ​ຈາກ ນະຄ​ອນຫລວງ ປັກ​ກິ່ງ ປະ​ເທດ ຈີນ ​ເມື່ອ​ວັນ​ທີ 5 ສິງຫາ​ວ່າ: ກະຊວງ​ບໍລິຫານ ຈັດການ​ສະຖານະ​ການ ສຸກ​ເສີນ​ຂອງ ຈີນ ລາຍ​ງານ​ວ່າ: ອຸ​ທົກ​ກະ​ໄພ ຫລື ໄພພີບັດທາງທໍລະນີ ປະ​ເພ​ດອື່ນໆ ທີ່ເກີດ​ຂຶ້ນ ​ເມື່ອ​ເດືອນ ​ກໍລະກົດ ​ຜ່ານ​ມາ ໄດ້ສົ່ງ​ຜົນ​ໃຫ້​ມີ ​ປະຊາຊົນ ​ເສຍ​ຊີວິດ ຫລື ສູນ​ຫາຍ​ລວມ 142 ຄົນ , ຂະນະ​ທີ່ ​ໄພ​ທຳ​ມະ​ຊາດ​ ແບບ​ອື່ນໆ​ເຊັ່ນ ​ໄພ​ແຫ້ງ​ແລ້ງ ສົ່ງ​ຜົນ​ໃຫ້​ມີ ​ຜູ້​ເສຍ​ຊີ​ວິດ ຫລື ​ສູນຫາຍ 5 ຄົນ ​ໃນ​ໄລຍະ ​ເວລາ​ດັ່ງກ່າວ.

ສຳລັບ​ ຄວາມ​ເສຍ​ຫາຍ ​ໂດຍ​ກົງ​ ທາງ​ເສດຖະກິດ ທີ່​ເປັນຜົນ ​ຈາກ ​ໄພ​ທຳ​ມະ​ຊາດ ຊຶ່ງ​ເກີດ​ຂຶ້ນ ຕະຫລອດ​ໄລຍະ ​ເວລາ​ ດັ່ງກ່າວ ໂດຍມີ​ ມູນ​ຄ່າ ​ປະມານ 15.800 ລ້ານ​ຢວນ , ​​ເຮືອນ​ຊານ ​ແລະ ທີ່ຢູ່​ອາ​ໄສ ຂອງ​ ປະຊາຊົນ ​ໄດ້​ຮັບ​ ຄວາມ​ເສຍ​ຫາຍ ຫລາຍ ​ກວ່າ 2.300 ຫລັງ.​ ໃນຂະນະດຽວກັນ, ​ປະຊາຊົນ​ ປະມານ 16 ລ້ານ​ຄົນ ​ໄດ້​ຮັບ​ຄວາມ​ເດືອນ​ຮ້ອນ ຈາກ​ ອິດ​ທິພົນ​ ຂອງ​ ຝົນຕົກ ​ລົງ​ມາ ​ຢ່າງ​ໜັກ ​ໃນ​ໄລຍະ​ນີ້. ຍ້ອນຄວາມ​ຮຸນ​ແຮງ ທີ່ຍັງ​ເຫລືອ​ຢູ່ ຂອງ ​ໄຕ້​ຝຸ່ນ ທົກ​ຊູຣີ.

ສ່ວນ​ຍອດ​ຜູ້​ເສຍ​ຊີວິດ ຈາກ​ເຫດ​ດິນ​ເຈື່ອນ ​ຢູ່ ​ເມືອງ​ທ່ອງ​ທ່ຽວຕາກ​ອາກາດ ຊື່ວ່າ ​ໂຊ​ວີ ​ໃນ​ບໍລິເວນເຂດ​ພູ ທາງ​ພາດ ຕາ​ເວັນ​ຕົກ ​ສຽງ​ເໜືອ ​ຂອງ ​ປະ​ເທດ ຊອກ​ຊີ ​ເພີ່ມຂຶ້ນ​ເປັນ ​ຢ່າງ​ໜ້ອຍ 11 ຄົນ , ນອກນັ້ນ ກອງທັບ ​ຊອກ​ຊີ ພວມ​ລະດົມ​ກຳລັງ ​ແລະ ​ເຄື່ອງມື ​ເພື່ອ​ສົ່ງ​ໄປ ຊ່ວຍ​ເຫລືອ ​ແລະ ປະຕິບັດ​ການ ຄົ້ນ​ຫາ​ ຜູ້​ສູນຫາຍ ຈຳນວນ​ໜຶ່ງ ຫລັງ​ຈາກ​ ມີ​ການ ອົບ​ພະຍົບ ປະຊາຊົນ  ດ້ວຍ​ເຮ​ລິ​ກົບ​ແຕ້ ຈຳນວນ 100 ຄົນ  ​ແລະ ຟື້ນ​ຟູພື້ນ​ທີ່​ເກີດ​ເຫດດັ່ງກ່າວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version