Home ແຈ້ງການສໍາຄັນ ແຈ້ງເຕືອນໄພນໍ້າຖ້ວມ

ແຈ້ງເຕືອນໄພນໍ້າຖ້ວມ

0

ແຈ້ງເຕືອນໄພນໍ້າຖ້ວມ ວັນທີ 06 ສິງຫາ 2023 ຍ່ອມຄວາມກົດດັນຕໍ່າ ທີີ່ພາກເໜືອຂອງປະເທດຫວຽດນາມ ຍັງຈະສືບຕໍ່ແຜ່ລົງມາປົກຄຸມຢູ່ທົົ່ວ ທຸກພາກຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ ພັດປົກຄຸມ, ຊືີ່ງຍັງຈະເຮັດໃຫ້ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບ ຄ່ອຍ ຫາ ປານກາງໃນແຕ່ລະພາກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິີ່ນ.

ດັ່ງນັ້ນຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການປົກ ຄອງທຸກພາກສ່ວນທີີ່ອາໄສຢູ່ບັນດາເຂດແຂວງພາກເໜືອ ແລະ ພາກກາງ ຈົົ່ງມີສະຕິລະວັງຕໍ່ສະພາບຝົນຍັງຈະສືບຕໍ່ຕົກປານກາງ ທີີ່ຈະເຮັດໃຫ້ເກີດມີ ນໍ້າຊຸ, ດິນເຈືີ່ອນ, ນໍ້າຖ້ວມອັ່ງ ເກີດຂຶ້ນໃນໄລຍະ 1 ຫາ 2 ວັນຕໍ່ໜ້ານີ້, ພ້ອມທັງກະກຽມຍົກຍ້າຍວັດຖຸສິ່ງຂອງທີີ່ມີຄ່າ ແລະ ສັດລ້ຽງໄປໄວ້ ບ່ອນທີີ່ປອດໄພ ແລະ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມ ອຸຕຸນິຍົມ ແລະ ອຸທົກກະສາດຢູ່າງຕໍ່ເນືີ່ອງ.

ສໍາລັບ ນະຄອນຫລວງວຽງຈັນ ຍັງຈະຝົນຕົກ ຟ້າຮ້ອງ ຟ້າເຫລື້ມ ໃນລະດັບຄ່ອຍຢູ່ທົ່ວໄປ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ ການປົກຫຸ້ມຂອງຝົນເທົ່າກັບ 60%. ອຸນຫະພູມໃນລະຫວ່າງ 25-29 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version