Home ຂ່າວດ່ວນ ເສັ້ນທາງຜົ້ງສາລີ ຕອນນີ້ລົດໃຫຍ່ແມ່ນງົດກ່ອນ ຜ່ານໄດ້ແຕ່ລົດຈັກແຕ່ຕ້ອງໄດ້ຍົກ

ເສັ້ນທາງຜົ້ງສາລີ ຕອນນີ້ລົດໃຫຍ່ແມ່ນງົດກ່ອນ ຜ່ານໄດ້ແຕ່ລົດຈັກແຕ່ຕ້ອງໄດ້ຍົກ

0

ວັນທີ 5 ສີງຫາ 2023 ທີມງານ ຍທຂ ເມືອງໄດ້ສຳຫຼວດເສັ້ນທາງແຕ່ບ້ານຫ້ວຍມື່ນເຖີງບ້ານໂພນໄຊ ເມືອງໃໝ່ ແຂວງຜົ້ງສາລີ,ດີນເຊາະເຈື່ອນ ເຮັດໃຫ້ການໄປມາພົບຄວາມລຳບາກຫຼາຍ ສຳລັບລົດໃຫຍ່ໄປມາບໍ່ໄດ້ເລີຍ ຖ້າແມ່ນລົດຈັກຕ້ອງແມ່ນ ໄປນຳກັນ 3 ຄັນເພື່ອຈະໄດ້ຍົກລົດຈັກຊ່ວຍກັນ ຊ່ວງນີ້ການໄປມາຕ້ອງໄດ້ລະມັດລະວັງກຽມພ້ອມຮັບມືກັບຄວາມຫຍູ້ງຍາກຫຼາຍປະການ.

ສະນັ້ນເຕືອນໃຫ້ພໍ່ແມ່ພີ່ນ້ອງທຸກພາກສ່ວນທີ່ເດີນທາງຕ້ອງມີຄວາມພ້ອມຈີ່ງຈະຜ່ານວີກິດນີ້ໄປໄດ້ ປະຈຸບັນຫ້ອງການ ຍທຂ ເມືອງກຳລັງຂໍທິດຊີ້ນຳຈາກແຂວງເພື່ອດຳເນີນການແກ້ໄຂເສັ້ນທາງໃຫ້ໄກັບມາສັນຈອນໄດ້ຕາມປົກກະຕິໂດຍໄວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version