Home ຂ່າວດ່ວນ ແຂວງບໍລິຄໍາໄຊ ອອກແຈ້ງການປິດການສັນຕາມທາງຫຼວງແຫ່ງຊາດ ເລກ 8

ແຂວງບໍລິຄໍາໄຊ ອອກແຈ້ງການປິດການສັນຕາມທາງຫຼວງແຫ່ງຊາດ ເລກ 8

0

ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງບໍລິຄໍາໄຊ ອອກແຈ້ງການປິດການສັນຈອນຊົ່ວຄາວຕາມເສັນທາງຫຼວງແຫ່ງຊາດ ເລກ 8 ແຕ່ໄລຍະ ກມ 29+000 ຫາ 37+000 (ເຂດພູຜາມ່ານ) ໄລຍະ ກມ 43+000 ຫາ ກມ 53+000 (ເຂດພູໄຮ) ເລີ່ມແຕ່ວັນທີ 4 ສິງຫາ 2023 ເປັນຕົ້ນໄປ ຈົນກວ່າຈະມີການແຈ້ງເພີ່ມເຕີມ.

ໃນແຈ້ງການສະບັບເລກທີ 2997/ຍທຂ.ຂບຊ ລົງວັນທີ 4 ສິງຫາ 2023 ລະບຸວ່າ: ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍລິຄຳໄຊ ຂໍແຈ້ງມາຍັງ ອຳນາດການປົກຄອງ ພະ ນັກງານ ທະຫານ ຕໍາຫຼວດ ພໍ່ແມ່ປະຊາຊົນ ຕະຫຼອດຮອດ ນັກທຸລະກິດ ພໍ່ຄ້າຊາວຂາຍ ຜູ້ປະກອບ ການຂົນສົ່ງສິນຄ້າ ຂົນສົ່ງໂດຍສານ ແລະ ນັກທ່ອງທ່ຽວທີ່ນຳໃຊ້ເສັ້ນທາງຫຼວງແຫ່ງຊາດ ເລກ 8 ຊາບວ່າ ໃນປະຈຸບັນສະພາບດິນຟ້າອາກາດມີຝົນຕົກໜັກຕໍ່ເນືອງເຮັດໃຫ້ມີດິນເຈື່ອນຕັນທາງ ແລະ ນ້ຳຖ້ວມໃນບາງຈຸດ ເຮັດໃຫ້ການສັນຈອນຖືກຕັດຂາດ.

ໃນປະຈຸບັນນີ້ທາງໂຄງການກຳລັງຂຸ້ນຂ້ຽວໃນການແກ້ໄຂ ສະນັ້ນ ພະ ແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍລິຄຳ ໄຊ ກໍຄື ໂຄງການສ້ອມແປງທາງຫຼວງແຫ່ງຊາດພວກເຮົາຈະໄດ້ ພືດການສັນຈອນເພື່ອທໍາການແກ້ໄຂ ເລີ່ມແຕ່ທີ 4 ສິງຫາ 2023 ເປັນຕົ້ນໄປຈົນກ່ວາຈະແກ້ໄຂໄດ້ສຳເລັດ.

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version