Home ຂ່າວດ່ວນ ເລັ່ງແກ້ໄຂເສັ້ນທາງແຕ່ໜອງກອກຫາຫລັກຊາວ

ເລັ່ງແກ້ໄຂເສັ້ນທາງແຕ່ໜອງກອກຫາຫລັກຊາວ

0

ມາຮອດຕອນເຊົ້ານີ້ (5/8/2023) ສະພາບໄພນໍ້າຖ້ວມ, ດິນເຈື່ອນ ຢູ່ແຂວງບໍລິຄຳໄຊ ຈຸດທີ່ຖ້ວມໜັກ ນ້ຳໄດ້ຫລຸດລົງທຽບໃສ່ມື້ວານ ປະມານ 80 ຊັງຕີແມັດ, ເສັ້ນທາງແຕ່ໜອງກອກຫາຫລັກຊາວ ຈາກ 5 ຈຸດໄປບໍ່ໄດ້ມື້ວານ ຍັງພຽງ 2 ຈຸດທີ່ລົດໄປບໍ່ທັນໄດ້ ຄື: ຈຸດພູປ່າຄາ ບ້ານກວນຈັນ ແລະ ຈຸດບ້ານປຸ່ງປ່າຕາວ.

ທຸກພາກສ່ວນຂອງແຂວງພວມສຸມໃສ່ແກ້ໄຂ ຖ້າຝົນບໍ່ຕົກແຮງ ຄິດວ່າຕອນບ່າຍມື້ນີ້ ລົດກໍອາດສາມາດໄປມາໄດ້ປົກກະຕິ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version