Home ຂ່າວດ່ວນ ພວມຊ່ວຍເຫລືອລົດ 50 ຄັນ ແລະຄົນ 70 ຄົນ ຕິດຄ້າງຢູ່ທາງເລກ 8A ຍ້ອນສະພາບດິນເຈື່ອນທັບຖົມ

ພວມຊ່ວຍເຫລືອລົດ 50 ຄັນ ແລະຄົນ 70 ຄົນ ຕິດຄ້າງຢູ່ທາງເລກ 8A ຍ້ອນສະພາບດິນເຈື່ອນທັບຖົມ

0

ສະຫາຍ ພົນຕີ ຈັນທອງ ສອນສະອາດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຮອງປະທານຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາສະພາບໄພພິບັດຕົວຈິງ ຢູ່ເມືອງຄູນຄຳ ແຂວງຄໍາມ່ວນ ໃນວັນທີ 4 ສິງຫາ 2023 ນີ້.

ເນື່ອງຈາກຝົນຕົກຕິດຕໍ່ກັນຫລາຍວັນ ນັບແຕ່ວັນທີ 30 ກໍລະກົດ ຫາ ວັນທີ 4 ສິງຫາ 2023 ເຮັດໃຫ້ເກີດພູເຈື່ອນທັບຖົມເສັ້ນທາງເລກ 8 ຢູ່ຂອບເຂດພູຜາມານ, ພູໄຮ ເມືອງຄູນຄຳ ແລະ ສູນພັກຊົ່ວຄາວຂອງຜູ້ປະສົບໄພນໍ້າຖ້ວມ ຢູ່ບ້ານພູຊາດ ເມືອງຄຸນຄໍາ ມາຮອດຕອນເເລງວັນທີ 4 ສິງຫາ ສະພາບໄພພິບັດທີ່ເກີດຂຶ້ນມີ 02 ເຫດການໃຫຍ່ຄື: ເຫດການທີ 01: ນໍ້າຖ້ວມ 14 ບ້ານຂອງເມືອງຄູນຄໍາ, ມີ 2,575 ຫຼັງຄາເຮືອນ, 2,812 ຄອບຄົວ, ພົນລະເມືອງ 12,767 ຄົນໄດ້ຮັບຜົນກະທົບ, ເຫດການທີ 2: ເຫດການພູເຈື່ອນຖັບຖົມເສັ້ນທາງເລກທີ 8A ຫຼາຍຈຸດ ຢູ່ຂອບເຂດພູຜາມານ ໄປເຖິງຂອບເຂດພູໄຮ ( ກິໂລແມັດທີ 46-65 ) ມີລົດຕົກຄ້າງອອກບໍ່ໄດ້ ຢູ່ຂອບເຂດດັ່ງກ່າວປະມານ 50 ຄັນ.

ໃນນີ້ມີລົດທີ່ຖືກດິນເຈື່ອນຖັບຖົມລົງພູຈໍານວນ 10 ຄັນ ແລະ ຍັງມີຄົນຕົກຄ້າງຢູ່ປະມານ 70 ກວ່າຄົນ. ຕໍ່ສະພາບການດັ່ງກ່າວ, ຄະນະກໍາມະການຄຸ້ມຄອງໄພພິບັດເມືອງຄູນຄຳ ໄດ້ລະດົມກຳລັງທຸກພາກສວ່ນຢູ່ພາຍໃນເມືອງ ໂດຍມີກໍາລັງຂອງກອງບັນຊາການທະຫານເມືອງ ແລະ ປກສ ເມືອງ ເຂົ້າໄປຊ່ວຍເຫຼືອຍົກຍ້າຍປະຊາຊົນໃຫ້ໄປພັກເຊົາຢູ່ສູນຊົ່ວຄາວ ສອງແຫ່ງ (ສະໂມສອນບ້ານພູຊາດ ແລະ ບ້ານຄູນມາລີ ເມືອງຄູນຄໍາ ) ເເລະ ໄດ້ລະດົມ ອາຫານ ແລະ ນໍ້າດື່ມຈຳນວນໜຶ່ງ ເພື່ອກະກຽມນຳສົ່ງໄປໃຫ້ ພາກສ່ວນຕິດຄ້າງ, ພ້ອມເຂົ້າຊອກຄົ້ນກອບກູ້- ຊ່ວຍເຫຼືອປະຊາຊົນທີ່ຕົກຄ້າງຢູ່ຈຸດດິນເຈື່ອນຖັບຖົມທາງ ແລະ ລົດທີ່ຖືກດິນເຈື່ອນທັບຖົມ

ຮອດຕອນເຊົ້າວັນທີ 05 ສິງຫາ 2023 ໄດ້ເລີ່ມຈັດຕັ້ງປະຕິບັດການຊອກຄົ້ນ, ສືບຕໍ່ນໍາວັດຖຸ, ເຄື່ອງອຸປະໂພກ, ບໍລິໂພກ ແລະ ນໍ້າດື່ມໄປແຈກຢາຍໃຫ້ພາກສ່ວນຢູ່ສູນພັກຊົ່ວຄາວ ເເລະ ຜູ້ຕິດຄ້າງ, ພ້ອມທັງ ສືບຕໍ່ນໍາໃຊ້ລົດຈົກແກ້ໄຂບັນຫາດິນເຈື່ອນທັບຖົມທາງ, ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖີ່ນດຳເນີນການແກ້ໄຂບັນຫາພູຖັບຖົມເສັ້ນທາງ ເເລະ ເພື່ອຊ່ວຍເຫລືອຜູ້ປະສົບໄພຈາກສອງເຫດການໃຫ້ສໍາເລັດໂດຍໄວ.

ໂດຍ. ສຸກສາຄອນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version