Home ຂ່າວໜ້າໜຶ່ງ ຫັນເອົາເຕັກໂນໂລຊີດີຈິຕອນ ເຂົ້າມານຳໃຊ້ໃນທຸກຂົງເຂດຂອງການພັດທະນາເສດຖະກິດ-ສັງຄົມ

ຫັນເອົາເຕັກໂນໂລຊີດີຈິຕອນ ເຂົ້າມານຳໃຊ້ໃນທຸກຂົງເຂດຂອງການພັດທະນາເສດຖະກິດ-ສັງຄົມ

0

ກອງປະຊຸມປະຖົມມະລຶກຄະນະກຳມະການລະດັບຊາດ ເພື່ອການຫັນເປັນດີຈິຕອນຂອງ ສປປ ລາວ (ຄຊດລ) ຈັດຂຶ້ນວັນທີ 3 ສິງຫາ 2023 ທີີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໂດຍເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ປະທານ ຄຊດລ ມີທ່ານຮອງນາຍົກລັດຖະມົນຕີ ຮອງປະທານ ຄຊດລ ແລະ ລັດຖະມົນຕີ ກຳມະການ ຄຊດລ ເຂົ້າຮ່ວມ.

ທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ຮອງປະທານ ຄຊດລ ທັງເປັນຜູ້ປະຈຳການ ໄດ້ລາຍງານສະພາບການຫັນເປັນດີຈິຕອນຂອງ ສປປ ລາວ ຕໍ່ກອງປະຊຸມ ເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມສຳຄັນ ແລະ ຈຳເປັນຢ່າງພາວະວິໄສ ຂອງການນຳເອົາເຕັກໂນໂລຊີດີຈິຕອນເຂົ້າມານຳໃຊ້ ໃນທຸກຂົງເຂດຂອງການພັດທະນາເສດຖະກິດ-ສັງຄົມ ແລະ ການບໍລິຫານວຽກງານຂອງພັກ-ລັດ ກໍຄືໃນການດຳເນີນທຸລະກິດ ແລະ ຊີວິດການເປັນຢູ່ຂອງທົ່ວສັງຄົມ ໃນຂອບເຂດທົ່ວປະເທດ ເພື່ອເຮັດໃຫ້ການຜະລິດ ແລະ ການພົວພັນການຜະລິດ ມີປະສິດຕິພາບ ແລະ ມີຄຸນນະພາບ ໃໝ່ທີ່ດີຂຶ້ນກວ່າເກົ່າ.

ການຫັນເປັນດີຈິຕອນຢູ່ປະເທດເຮົາ ຖືເປັນພາລະກິດປະຕິວັດທີ່ສຳຄັນ ໃນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຕາມແນວທາງປ່ຽນແປງໃໝ່ຂອງພັກເຮົາ ແລະ ເພື່ອບຸກທະລຸການພັດທະນາເສດຖະ ກິດ-ສັງຄົມຂອງປະເທດເຮົາ ໃນສະເພາະໜ້າ ແລະ ຍາວນານ ເຊິ່ງຈະຕ້ອງດຳເນີນຢ່າງເລິກເຊິ່ງໃນ 3 ດ້ານ ທີ່ກ່ຽວພັນເຊິ່ງກັນ ແລະ ກັນ ແບບກາຍອິນຊີ ຄື: 1 ສ້າງເສດຖະກິດດີຈິຕອນ ເຊິ່ງເປັນການນຳເອົາເຕັກໂນໂລຊີດີຈິຕອນ ເຂົ້າມາຊ່ວຍໃນການເພີ່ມປະສິດທິພາບ ແລະ ສ້າງມູນຄ່າເພີ່ມ ໃຫ້ກັບການດຳເນີນກິດຈະການທາງເສດທະກິດ ການຜະລິດ ການຈັດສົ່ງ ການຂາຍ ການບໍລິການ ການຄຸ້ມຄອງ ແລະ ສົ່ງ ເສີມວຽກນີ້ໃຫ້ເປັນທ່າແຮງ 2 ສ້າງສັງຄົມດີຈິຕອນ ເຊິ່ງຈະເຮັດໃຫ້ສັງຄົມເຂົ້າເຖິງການບໍລິການຕ່າງໆໄດ້ຢ່າງທົ່ວເຖິງຫຼາຍຂຶ້ນ ແລະ ຈະເຮັດໃຫ້ຫຼຸດຜ່ອນຄວາມແຕກໂຕນລະຫວ່າງຕົວເມືອງ ແລະ ຊົນນະບົດ ແລະ 3 ສ້າງລັດຖະບານດີຈິຕອນ ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ການບໍລິການຂອງພາກລັດ ມີຄວາມທັນສະໄໝ ໂປ່ງໃສ ໂດຍຕິດພັນກັບການພັດທະນາຊັບພະຍາກອນມະນຸດ ທີ່ມີຄຸນະພາບສູງ ສ້າງພື້ນຖານໂຄງລ່າງ ICT ທີ່ທັນສະໄໝ ກະກຽມຂະຫຍາຍການທົດລອງນຳໃຊ້ 5G ສ້າງ ສປປ ລາວ ເປັນສູນກາງເຊື່ອມໂຍງເຊື່ອມຈອດ ແລະ ເປັນທາງຜ່ານດີຈິຕອນຂອງພາກພື້ນ ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບປະກັນຄວາມປອດໄພດ້ານໄຊເບີ ຢ່າງໜັກແໜ້ນ.

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version