Home ຂ່າວກິລາ “ເອັມບັບເປ” ອາດໄປ ເຊວຊີ 1 ປີ ກ່ອນຍ້າຍໄປ ຣິວ ມາດຣິດ ແບບບໍ່ມີຄ່າຕົວ

“ເອັມບັບເປ” ອາດໄປ ເຊວຊີ 1 ປີ ກ່ອນຍ້າຍໄປ ຣິວ ມາດຣິດ ແບບບໍ່ມີຄ່າຕົວ

0

ປາຣີ ແຊງ-ແຊກແມງ (PSG) ອາດຫຼຸດຄ່າໃຊ້ຈ່າຍ ແລະ ບັນຫາຕ່າງໆ ດ້ວຍການສົ່ງ ຄີລຽນ ເອັມບັບເປ ໄປໃຫ້ ເຊວຊີ ຢືມກ່ອນເປັນເວລາໜຶ່ງປີ ຈາກນັ້ນ ຈະຖືກປ່ອຍແບບບໍ່ມີຄ່າຕົວໄປໃຫ້ ຣິວ ມາດຣິດ ຫຼັງຈາກສັນຍາຂອງເຂົາໝົດອາຍຸ. ຄີລຽນ ເອັມບັບເປ ກອງໜ້າ PSG ຫາກຍ້າຍໄປ ເຊວຊີ ກໍອາດເປັນພຽງສັນຍາຢືມຕົວ 1 ປີ ຈາກນັ້ນຈຶ່ງຍ້າຍໄປ ຣິວ ມາດຣິດ ແບບບໍ່ມີຄ່າຕົວ.

ກ່ອນໜ້ານີ້, ມີລາຍງານວ່າ ກອງໜ້າທີມຊາດຝຣັ່ງ ອາດຖືກສັ່ງພັກ ຫຼັງຈາກເລືອກທີ່ຈະບໍ່ຕໍ່ສັນຍາກັບທີມ ທີ່ກຳລັງຈະໝົດລົງໃນປີ 2024 ອີກທັງຍັງບໍ່ເລືອກທີ່ຈະຍ້າຍໄປ ອັລອາລີ ໃນລີກຂອງ ຊາອຸດິ ອສຣະເບຍ ເຖິງແມ່ນ ຈະໄດ້ຮັບຄ່າຈ້າງມະຫາສານກໍຕາມ ຈົນມີຂ່າວວ່າໄດ້ລົມກັນກ່ຽວກັບເລື່ອງລັບລ່ວງໜ້າໃນການຍ້າຍໄປຫຼິ້ນໃຫ້ກັບ ຣີວ ມາດຣິດ ຫຼ້າສຸດ “ສະປອດ” ສື່ຂອງແອັດສະປາຍ ລາຍງານຂ່າວວ່າ ທ່ານ ທັອດ ໂບລີ ປະທານສະໂມສອນ ເຊວຊີ ໄດ້ເຈລະຈາກັບ ທ່ານ ນາສເຊີ ອັນ ເຄລາຟີ ປະທານສະໂມສອນ PSG ເຖິງຄວາມເປັນໄປໄດ້ຂອງດາວຍິງອາຍຸ 24 ປີ ເຊິ່ງກົງກັບຄວາມຕ້ອງການ ຂອງ PSG ທີ່ຢາກສະສາງບັນຫາຂອງ ເອັມບັບເປ ໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້ ດ້ວຍການຕັ້ງລາຄາຄ່າຕົວໄວ້ທີ່ 250 ລ້ານເອີໂຣ ໃນການປ່ອຍຕົວໃນລະດູຮ້ອນນີ້ ເຊິ່ງກໍຍັງບໍ່ມີທີມໃດທີ່ຈິງໃຈຊື້ ແລະ ທາງ ເອັມບັບເປ ກໍບໍ່ຕ້ອງການທີ່ຈະໄປຍັງຖິ່ນສະແຕມຟອດ ບຣິດ ໃນໄລຍະຍາວ ແຕ່ຫາກເປັນໄປໄດ້ ຄົງຈະເປັນໃນຮູບແບບການຢືມຕົວຫຼາຍກວ່າ.

ຢ່າງໃດກໍຕາມ ຫາກ PSG ຕ້ອງການທີ່ຈະແກ້ໄຂບັນຫາດັ່ງກ່າວ ຄວນຈະຕ້ອງແກ້ໄຂເລື່ອງນີ້ໃຫ້ໄດ້ກ່ອນທີ່ຕະຫຼາດ ຈະປິດລົງໃນວັນທີ 31 ສິງຫາ. ໃນຂະນະທີ່ ຟາບຣິຊິໂອ ໂຣມາໂນ່, ຜູ້ຊ່ຽວຊານຕະຫຼາດນັກເຕະຊາວອິຕາລີ ໄດ້ອອກບົດລາຍງານວ່າ PSG ໃກ້ທີ່ຈະໄດ້ຕົວ ກອນຊາໂລ່ ຣາມອສ ກອງໜ້າຈາກເບນຟີກາ ມາຮ່ວມທີມແລ້ວ ໂດຍຄ່າຈ້າງຈະຢູ່ທີ່ 80 ລ້ານເອີໂຣ ລວມທັງເງິນໂບນັດພ້ອມ ດ້ວຍສັນຍາ 5 ປີ ແລະ ຄາດວ່າການຍ້າຍທີມຈະສິ້ນສຸດໃນອາທິດນີ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version