Home ຂ່າວກິລາ “ເມສຊີ” ເປັນນັກເຕະທີ່ສ້າງສະຖິຕິໂລກໄດ້ຫຼາຍທີ່ສຸດ

“ເມສຊີ” ເປັນນັກເຕະທີ່ສ້າງສະຖິຕິໂລກໄດ້ຫຼາຍທີ່ສຸດ

0

ລີໂອເນວ ເມສຊີ ຍັງຄົງຍິງປະຕູຢ່າງຕໍ່ເນື່ອງໃຫ້ກັບ ອິນເຕີ ໄມອາມີ ຫຼັງຈາກຫຼ້າສຸດ ເໝົາຍິງຄົນດຽວສອງປະຕູ ຊ່ວຍໃຫ້ສະໂມສອນເອົາຊະນະ ອໍແລນໂດ ຊິຕີ ຜ່ານເຂົ້າສູ່ຮອບ 16 ທີມໃນລີກຄັບ.

Guinness World Records, ອົງການບັນທຶກສະຖິຕິໂລກຊື່ດັງ ໄດ້ເປີດເຜີຍວ່າ ເມສຊີ ກາຍເປັນນັກກິລາບານເຕະທີ່ໄດ້ຮັບການຈົດບັນທຶກສະຖິຕິໂລກຫຼາຍທີ່ສຸດ ຈໍານວນ 41 ຄັ້ງ ໂດຍສະຖິຕິຫຼ້າສຸດທີ່ ເມສຊີ ເຮັດໄດ້ເປັນຄັ້ງທີ່ 41 ຄືປະຕູທີ 2 ທີ່ຍິງໄດ້ໃນເກມລີກຄັບ ທີ່ ອິນເຕີ ໄມອາມີ ເອົາຊະນະ ແອັດແລນຕາ ຢູໄນເຕັດ 4-0 ເຊິ່ງປະຕູຈາກການຍິງລູກໂທດລູກນີ້ ມີກອງເຊຍບານເບິ່ງຄລິບຜ່ານທາງອອນໄລນ໌ຫຼາຍທີ່ສຸດໃນປະຫວັດສາດສະຫະລັດອາເມຣິກາເຖິງ 3,4 ຕື້ຄັ້ງ.

ສະຖິຕິດັ່ງກ່າວ ເຮັດໃຫ້ ເມສຊີ ເປັນນັກເຕະທີ່ມີສະຖິຕິຫຼາຍທີ່ສຸດ ແຊງໜ້າ ຄຣິສເຕຍໂນ ໂຣນັນໂດ ທີ່ເຮັດໄວ້ 40 ຄັ້ງເປັນທີ່ຮຽບຮ້ອຍ ສ່ວນອັນດັບ 3 ຄື ໂຣເບີດ ເລວານດອຟສະກີ ຖືກຈົດຊື່ຢູ່ໃນປື້ມ Guinness 9 ຄັ້ງ, ຕາມມາດ້ວຍອັນດັບທີ 4 ຄີລຽນ ເອັມບັບເປ 5 ຄັ້ງ ແລະ ອັນດັບທີ 5 ຄື Neymar ຈໍານວນ 4 ຄັ້ງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version