Home ຂ່າວຕ່າງປະເທດ ສປຈີນ ເປີດຄືນຖ້ຽວບິນ ກຸ່ມປະເທດອາຊຽນ

ສປຈີນ ເປີດຄືນຖ້ຽວບິນ ກຸ່ມປະເທດອາຊຽນ

0

ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້ເຂດປົກຄອງຕົນເອງ ກວາງຊີຈ້ວງ ທາງພາກໃຕ້ຂອງຈີນ ກັບຄືນມາໃຫ້ບໍລິການຖ້ຽວບິນ ໂດຍສານ ລະຫວ່າງ ປະເທດ ຈຳນວນ 5 ເສັ້ນທາງ ຊຶ່ງມີປາຍທາງສ່ວນໜຶ່ງຢູ່ນະຄອນຫລວງບາງກອກ (ໄທ); ພະນົມເປັນ (ກຳປູເຈຍ); ສິງກະໂປ ແລະ ກົວລາລຳເປີ (ມາເລເຊຍ). ຄຽງຄູ່ກັນນັ້ນຍັງມີການວາງແຜນໃຫ້ບໍລິການຖ້ຽວບິນ ໂດຍສານ ລະຫວ່າງ ປະເທດສູ່ປາຍທາງອື່ນໆ ໃນກຸ່ມປະເທດອາຊຽນເພີ່ມຂຶ້ນ.

ກວາງຊີແອຣພອຣດ ກຣຸບ (Guangxi Airport Group) ລາຍງານວ່າ ສະໜາມບິນ ທ້ອງຖິ່ນ ໃນນະຄອນໜານໜິງ ເມືອງເອກຂອງ ກວາງຊີ ປະກາດແຜນການ ກັບຄືນມາໃຫ້ບໍລິການຖ້ຽວບິນ ໂດຍສານໄປສູ່ນະຄອນຫລວງ ຂອງປະເທດຕ່າງໆ ໃນອາຊຽນ. ໃນຂະນະທີ່ກວາງຊີ ກຽມຈັດງານມະຫາກຳສະແດງສິນຄ້າ ຈີນ-ອາຊຽນ (CAEXPO) ຄັ້ງທີ 20 ໃນເດືອນກັນຍານີ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version