Home ຂ່າວຕ່າງປະເທດ ຣັດເຊຍ ກຽມສົ່ງສະຖານີສຳຫລວດດວງຈັນ ໃນຮອບເກືອບ 50 ປີ

ຣັດເຊຍ ກຽມສົ່ງສະຖານີສຳຫລວດດວງຈັນ ໃນຮອບເກືອບ 50 ປີ

0

ສຳນັກຂ່າວຊິນຮວາ ຂອງ ສປຈີນ, ສຳນັກຂ່າວ ອາຣໄອເອ ໂນວໍສຕີ (Ria Novosti) ຂອງຣັດເຊຍ ລາຍງານວ່າ: ຣັດເຊຍ ກຽມສົ່ງ ລູນາ-25 (Luna-25) ສະຖານີ ສຳຫລວດ ດວງຈັນ ແຫ່ງທຳອິດ ໃນຮອບເກືອບ 50 ປີ ຂື້ນສູ່ ດວງຈັນ ໃນວັນທີ 11 ສິງຫານີ້. ຈະຫລວດ ຂົນສົ່ງ ໂຊຍຸສ-2.1ບີ (Soyuz-2.1b) ທີ່ມີ ເຟຣກັດ (Fregat) ຫລື ຈະຫລວດ ສ່ວນສຸດທ້າຍ ພ້ອມດ້ວຍ ສະຖານີ ອັດຕະໂນມັດ ດັ່ງກ່າວ ຈະຖືກປ່ອຍ ອອກຈາກ ຖານປ່ອຍ ຍານອາວະກາດ ວໍສໂຕຊີນີ ຄໍສໂມໂດຣມ (Vostochny Cosmodrome) ບໍລິເວນ ແຄວ້ນອາມູຣ. ຂະນະທີ່ ລູນາ-24(Luna-24) ສະຖານີ ສໍາຫລວດ ດວງຈັນ ກ່ອນໜ້ານີ້ ຣັດເຊຍ ກໍໄດ້ປ່ອຍ ໃນປີ 1976 , ໂດຍແຄບຊູລ ສົ່ງກັບ ຂອງ ສະຖານີດັ່ງກ່າວ ນໍາດິນ ຈາກດວງຈັນ ກັບມາຍັງ ໂລກ ປະມານ 170 ກຣາມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version