Home ຂ່າວພາຍໃນ ການນໍາກະຊວງກະສິກໍາ ຊຸກຍູ້ການພັດທະນາກະສິກຳ ບ້ານ ແກ້ງເກ່ຍ

ການນໍາກະຊວງກະສິກໍາ ຊຸກຍູ້ການພັດທະນາກະສິກຳ ບ້ານ ແກ້ງເກ່ຍ

0

ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ລົງຊຸກຍູ້ການພັດທະນາກະສິກຳ ຕິດພັນກັບການມີສ່ວນຮ່ວມຂອງປະຊາຊົນ ເຂດບ້ານ ແກ້ງເກ່ຍ-ຂັນລາຍ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ເມື່ອວັນທີ 3 ສິງຫາ ຜ່ານມາ, ໂດຍມີທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມລິດ ປັນທະບົວສີ ເຈົ້າເມືອງບາຈຽງຈະເລີນສຸກ ໄດ້ລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະ ຄວາມຄືບໜ້າໃນການປະກອບສ່ວນ ທີ່ດິນ ເພື່ອພັດທະນາຂອງປະຊາຊົນ ສອງບ້ານຄື ບ້ານແກ້ງເກ່ຍ ຄຸ້ມເພຍລາດ ແລະ ບ້ານຂັນລາຍ ໃນການສ້າງຕັ້ງໂຮງງານຜະລິດ, ປຸ້ງແຕ່ງແປ້ງມັນຕົ້ນ ຂອງບໍລິສັດ ເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງ ຈໍາກັດ ຜູ້ດຽວ ຫຼື AIDC ຈຳນວຍ 80 ເຮັກຕາ ໃນລາຄາຊົດເຊີຍ 150 ລ້ານກີບ/ເຮັກຕາ, ຜົນລະປູກ 30 ລ້ານກີບ/ເຮັກຕາ. ປັດຈຸບັນການຊົດເຊີຍປະຕິບັດໄດ້ ຈຳນວນ 10 ຄອບຄົວ. ຫຼັງຈາກນັ້ນ, ຂະແໜງການກ່ຽວຂ້ອງໄດ້ຜ່ານນິຕິກຳ ແລະ ລາຍງານກ່ຽວກັບການຈັດຕັ້ງປະຕິບັດ ວຽກງານການຄຸ້ມຄອງປ່າຜະລິດ, ເພື່ອການເພີ້ມທະວີຄວາມຮັບຜິດຊອບ ແລະ ເຂັ້ມງວດໃນການຄຸ້ມຄອງປົກປັກຮັກສາ ແລະ ພັດທະນາທີ່ດິນປ່າໄມ້ ໃນ 3 ປະເພດປ່າ.

ໂອກາດດັ່ງກ່າວ, ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານເຈົ້າແຂວງຈຳປາສັກ ໄດ້ພັດປ່ຽນກັນສະແດງຄວາມຊົມເຊີຍ ຕໍ່ການຕັດສິນໃຈສູງ ຂອງພໍ່-ແມ່ ປະຊາຊົນ ທັງ 2 ບ້ານ ທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາ, ຊົມເຊີຍການຈັດຕັ້ງ ອົງການປົກຄອງທ້ອງຖິ່ນ ທີ່ໄດ້ຊຸກຍູ້ສົ່ງເສີມໃຫ້ພໍ່-ແມ່ ປະຊາຊົນເຮັດການຜະລິດ ໂດຍສະເພາະ ແມ່ນການຜະລິດກະສິກຳ ເປັນສິນຄ້າສົ່ງອອກ ແລະ ຂໍໃຫ້ສືບຕໍ່ຍູ້ແຮງການຜະລິດ ໃຫ້ຫຼາຍຂຶ້ນ; ພ້ອມກັນນັ້ນ ກໍເນັ້ນໃຫ້ຂະແໜງການ-ພາກສ່ວນທີ່ກ່ຽວຂ້ອງ ຕ້ອງໄດ້ເພີ້ມທະວີຄວາມຮັບຜິດຊອບ ແລະ ເຂັ້ມງວດໃນການຄຸ້ມຄອງປົກປັກຮັກສາ ແລະ ພັດທະນາທີ່ດິນປ່າໄມ້ ໃນ 3 ປະເພດປ່າ, ການຈັດສັນເຂດຄຸ້ມຄອງ ແລະ ນຳໃຊ້ປ່າຜະລິດ ໃຫ້ມີປະສິດທິຜົນ ຕາມກົດໝາຍ ແລະ ລະບຽບການຕ່າງໆ ໃຫ້ມີຄວາມຍືນຍົງ.

(ຂ່າວ: ທັດຊະນະ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version