Home ຂ່າວດ່ວນ ເຈົ້າແຂວງຄໍາມ່ວນ ເຄື່ອນໄຫວຕິດຕາມສະພາບນໍ້າຖ້ວມ ຢູ່ເຂດບໍ່ໂພນຕີ້ວ

ເຈົ້າແຂວງຄໍາມ່ວນ ເຄື່ອນໄຫວຕິດຕາມສະພາບນໍ້າຖ້ວມ ຢູ່ເຂດບໍ່ໂພນຕີ້ວ

0

ວັນທີ 3 ສິງຫາ ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະ ຕາງໜ້າບັນດາພະແນກການຂັ້ນແຂວງ ຮ່ວມກັບ ອໍານາດການປົກຄອງເມືອງຫີນບູນ ໄດ້ເຄື່ອນໄຫວຕິດຕາມສະພາບຜົນກະທົບ ຈາກໄພນໍ້າຖ້ວມ ຢູ່ເຂດບໍ່ໂພນຕີ້ວ ເມືອງຫີນບູນ ແຂວງຄໍາມ່ວນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ. ຊຶ່ງເກີດຈາກຝົນຕົກຕໍ່ເນື່ອງເປັນເວລາຫຼາຍວັນ ໄດ້ເຮັດໃຫ້ນໍ້າປ່າໄຫຼຊຸລົງສູ່ຫ້ວຍນໍ້າ ເຮັດໃຫ້ລະດັບນໍ້າເພີ່ມຂຶ້ນຢ່າງໄວວາໄຫຼຖ້ວມບ້ານເຮືອນປະຊາຊົນ ສ້າງຜົນເສຍຫາຍທາງດ້ານວັດຖຸຊັບສິນ ໃຫ້ແກ່ຄອບຄົວຂອງພໍ່ແມ່ປະຊາຊົນ ເປັນຈໍານວນຫຼາຍ ໂດຍສະເພາະບ້ານເຮືອນທີ່ຕັ້ງລຽບຕາມແຄມຫ້ວຍນໍ້າປະແທນ ຖືກນໍ້າເຊາະເຈື່ອນ ເພພັງ ແລະ ຖືກຖ້ວມຂັງຈໍານວນຫຼາຍຫຼັງ, ເສັ້ນທາງຄົມມະນາຄົມໄປມາຫາສູ່ ລະຫວ່າງບ້ານ ຖືກຕັດຂາດບໍ່ສາມາດສັນຈອນໄດ້, ລວມເຖິງລະບົບໄຟຟ້າກໍຖືກປິດການບໍລິການຊົ່ວຄາວ, ຕະຫຼອດຮອດພື້ນທີ່ທໍາການຜະລິດຂອງປະຊາຊົນ. ຈຸດທີ່ຖ້ວມຫຼາຍກວ່າໝູ່ ປະກອບມີ: ບ້ານ ມ່ວງໄຂ່, ບ້ານ ນາຄໍາ ແລະ ບ້ານ ນ້ອຍ. ຕໍ່ຜົນກະທົບດັ່ງກ່າວ ທ່ານເຈົ້າແຂວງ ຄໍາມ່ວນ ໄດ້ສະເໜີມາຍັງຄະນະການນໍາຂອງເມືອງຫີນບູນ ຈົ່ງໄດ້ເອົາໃຈໃສ່ປະສານສົມທົບກັບທຸກພາກສ່ວນຂະແໜງການຂອງເມືອງ ແລະ ຄະນະການຈັດຕັ້ງບ້ານທີ່ໄດ້ຮັບຜົນກະທົບ ຈົ່ງໄດ້ຮ່ວມກັນເຝົ້າລະວັງຕິດຕາມຢ່າງໃກ້ຊິດ ແລະ ກະກຽມພາຫະນະ, ອຸປະກອນ ລວມທັງກໍາລັງຄົນ, ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນ ໃຫ້ທ່ວງທັນກັບສະພາບການ.

ໃນໂອກາດນີ້, ທ່ານເຈົ້ສແຂວງ ພ້ອມຄະນະ ຍັງໄດ້ນໍາເອົາເຄື່ອງບໍລິໂພກປະກອບມີ: ນໍ້າດື່ມ, ປາກະປ໋ອງ ແລະ ໝີ່ສໍາເລັດຮູບ ລວມມູນຄ່າທັງໝົດ 19 ລ້ານກວ່າກີບ ໄປມອບໃຫ້ແກ່ບັນດາຄະນະການຈັດຕັ້ງບ້ານດັ່ງກ່າວ ໃຫ້ນໍາໄປແຈກຢາຍ ຊ່ວຍເຫຼືອຄອບຄົວປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເພື່ອເປັນການແກ້ໄຂ ບັນເທົາທຸກ ໃນເບື້ອງຕົ້ນ. ໃນວັນດຽວກັນນີ້, ທ່ານ ວັນໄຊ ພອງສະຫວັນ ແລະ ຄະນະ ໄດ້ເຄື່ອນໄຫວຕິດຕາມສະພາບ ຜົນກະທົບ ທາງດ້ານເສັ້ນທາງຄົມມະນາຄົມ ລະຫວ່າງ ເມືອງ ເຊບັ້ງໄຟ ຫາ ເມືອງໜອງບົກ ໂດຍສະເພາະເສັ້ນທາງທີ່ລຽບຕາມແຄມນໍ້າເຊບັ້ງໄຟ ເພື່ອກະກຽມຮອງຮັບໃຫ້ແກ່ການຊ່ວຍເຫຼືອປະຊາຊົນ ຈາກສະພາບນໍ້າຖ້ວມໃນຊ່ວງລະດູຝົນ.

(ຂ່າວ: ມະນີວັນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version