Home ຂ່າວດ່ວນ ເມືອງຄູນຄຳ ຖືກໄພນໍ້າຖ້ວມຢ່າງໜັກ ປະຊາຊົນເກືອບເຄິ່ງໜຶ່ງຂອງເມືອງໄດ້ຮັບຜົນກະທົບ

ເມືອງຄູນຄຳ ຖືກໄພນໍ້າຖ້ວມຢ່າງໜັກ ປະຊາຊົນເກືອບເຄິ່ງໜຶ່ງຂອງເມືອງໄດ້ຮັບຜົນກະທົບ

0

ໄພພິບັດນໍ້າຖ້ວມ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ແລະ ສ້າງຄວາມເສຍຫາຍໃຫ້ແກ່ຊັບສິນຂອງປະຊາຊົນຢ່າງຫຼວງຫຼາຍ ສະເພາະເມືອງຄູນຄຳ ແຂວງຄຳມ່ວນ ມີປະຊາຊົນຈຳນວນ 12.767 ຄົນ ກວມເອົາເກືອບເຄິ່ງໜຶ່ງຂອງປະຊາກອນໃນທົ່ວເມືອງ ທີ່ໄດ້ຮັບຜົນກະທົບ (ພົນລະເມືອງທັງໝົດ 25.729 ຄົນ) ແລະ ມີຈຳນວນ 14 ບ້ານ (ໃນຈຳນວນບ້ານທັງໝົດ 22 ບ້ານທົ່ວເມືອງ) ປະກອບມີ: ບ້ານກອງລໍ, ນາກາງ, ນາຄໍາ, ບ້ານອໍ້, ບ້ານແກ້ງ, ໂພນແຍງ, ບ້ານກູບ, ຄູນມະນີ (ຄຸ້ມໂພນທອງ, ໜອງຫ້າງເກົ່າ), ມ່ວງນໍ້າສາງ, ນໍ້າມະຮາງ, ນໍ້າສະນາມ, ນາຂາມ, ນາເມືອງ ແລະ ບ້ານນາຄໍາ ຊຶ່ງໃນປັດຈຸບັນພາກສ່ວນຕ່າງໆໃນຂັ້ນແຂວງ, ເມືອງ ພວມເລັ່ງໃຫ້ການຊ່ວຍເຫຼືອຢ່າງເຕັມທີ່. ນອກນີ້ ຍັງມີເຫດການພູເຈື່ອນຖັບຖົມເສັ້ນທາງ ເລກທີ 8A ຈໍານວນຫຼາຍຈຸດ ຢູ່ເຂດພູຜາມ່ານ ໄປເຖິງຂອບເຂດພູໄຮ ຂອງເມືອງຄູນຄໍາ (ກິໂລແມັດທີ 46-65) ຊຶ່ງມີລົດຕົກຄ້າງອອກບໍ່ໄດ້ຢູ່ໃນຂອບເຂດດັ່ງກ່າວປະມານ 50 ຄັນ.

ໃນນີ້ ລົດທີ່ຖືກດິນເຈື່ອນຖັບຖົມປະມານ 10 ຄັນ ແລະ ມີຄົນຕົກຄ້າງຢູ່ປະມານ 70 ກວ່າຄົນ (ຂໍ້ມູນໄດ້ຮັບຈາກການລາຍງານທາງໂທລະສັບ ຂອງຜູ້ຕົກຂ້າງ) ຊຶ່ງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງຄູນຄໍາ ພ້ອມກຳລັງ ປກຊ-ປກສ ໄດ້ເຂົ້າໄປຊ່ວຍເອົາເດັກນ້ອຍ ແລະ ຜູ້ສູງອາຍຸ ອອກມາໄດ້ແລ້ວ 20 ກວ່າຄົນ ພ້ອມທັງໄດ້ນໍາເອົາອາຫານແຫ້ງ, ເຂົ້າໜົມ ແລະ ນໍ້າດື່ມຈຳນວນໜຶ່ງໄປຊ່ວຍເຫຼືອແກ່ຜູ້ຕົກຄ້າງ.

ຕໍ່ກັບສະພາບການດັ່ງກ່າວ ການນຳຂັ້ນແຂວງ, ເມືອງ ແມ່ນໄດ້ຈັດຕັ້ງກຳລັງ ປກຊ ແຂວງຄຳມ່ວນ ແລະ ກຳລັງ ປກຊ-ປກສ ເມືອງ ເຂົ້າຊອກຄົ້ນ ກອບກູ້ ຊ່ວຍເຫຼືອປະຊາຊົນຜູ້ຕົກຄ້າງຢູ່ຈຸດດິນເຈື່ອນ, ຈັດຕັ້ງກຳລັງພົນ, ພາຫະນະ, ເຮືອ ເຂົ້າຊ່ວຍເຫຼືອປະຊາຊົນໃນບັນດາບ້ານທີ່ຖືກຜົນກະທົບໃນທົ່ວເມືອງ, ສືບຕໍ່ນຳສົ່ງສະບຽງອາຫານ ແລະ ນໍ້າດື່ມໄປຊ່ວຍພາກສ່ວນຜູ້ຕົກຄ້າງ ແລະ ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ,ທ້ອງຖິ່ນດຳເນີນການແກ້ໄຂບັນຫາພູເຈື່ອນທັບຖົມເສັ້ນທາງ ເພື່ອຊ່ວຍເຫຼືອປະຊາຊົນ ແລະ ພາຫະນະທີ່ຕົກຄ້າງອອກມາໃຫ້ສຳເລັດ ພ້ອມທັງສືບຕໍ່ລະດົມວັດຖຸ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ນໍ້າດື່ມໄປແຈກຢາຍໃຫ້ປະຊາຊົນທີ່ຖືກຜົນກະທົບຢູ່ສູນພັກໄພຊົ່ວຄາວ.

ຂ່າວ-ພາບ: ກອງຄໍາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version