Home ຂ່າວດ່ວນ ເຈົ້າແຂວງບໍລິຄຳໄຊ ລົງຕິດຕາມນ້ຳຖ້ວມ ຢູ່ເມືອງປາກກະດິງ

ເຈົ້າແຂວງບໍລິຄຳໄຊ ລົງຕິດຕາມນ້ຳຖ້ວມ ຢູ່ເມືອງປາກກະດິງ

0

ເນື່ອງຈາກເກີດມີສະພາບຝົນຕົກ ຕິດຕໍ່ກັນຫລາຍຢູທົ່ວທຸກພາກຂອງປະເທດ ສົ່ງຜົນເຮັດໃຫ້ນ້ຳຖ້ວມ ຢູ່ເຂດພາກກາງ ແລະ ດ້ວຍຄວາມເປັນຫ່ວງເປັນໃຍຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບ ໃນວັນທີ 4 ສິງຫາ 2023.

ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງໄດ້ລົງເຄື່ອນຕິດຕາມສະພາບນ້ຳຖ້ວມຢູ່ຫລາຍຈຸດ ຂອງເມືອງປາກກະດິງ, ພ້ອມທັງຊີ້ນຳພໍ່ແມ່ ປະຊາຊົນ ໃຫ້ມີສະຕິລະມັດລະວັງ, ເກັບສິ່ງຂອງ ແລະ ສັດລຽ້ງໄວ້ທີ່ສູງໃຫ້ມີຄວາມປອດໄພ. ພ້ອມນັ້ນ ໄດ້ມອບເຄື່ອງຊ່ວຍເຫລືອສຸກເສີນ ຈຳນວນໜຶ່ງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version