Home ແຈ້ງການສໍາຄັນ ປະເມີນທ້າຍກິດຈະກໍາ ແລະ ປິດກິດຈະກໍາສົ່ງເສີມອາຫານທ່ຽງໃນໂຮງຮຽນ

ປະເມີນທ້າຍກິດຈະກໍາ ແລະ ປິດກິດຈະກໍາສົ່ງເສີມອາຫານທ່ຽງໃນໂຮງຮຽນ

0

ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ ຮ່ວມກັບ ມູນນິທິ WORLDS LINK ໄດ້ຈັດກອງປະຊຸມປະເມີນທ້າຍກິດຈະກໍາ ແລະ ປິດກິດຈະກໍາສົ່ງເສີມອາຫານທ່ຽງໃນໂຮງຮຽນ ໄດ້ຈັດຂຶ້ນໃນວັນທີ 4 ສິງຫາ ຜ່ານມາ ຢູ່ທີ່ຫ້ອງປະຊຸມຂອງພະແນກສຶກແຂວງ ຊຶ່ໄດ້ຮັບການສະໜັບສະໜູນດ້ານແຫຼ່ງທຶນຈາກມູນນິທິ ອູຣະກະມິ (Urakami) ປະເທດຢີ່ປຸ່ນ ໂດຍການປະທານຂອງທ່ານ ນັນຕະໄຊ ອິນທະສອນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີພາກສ່ວນກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.

ທ່ານ ນັນຕະໄຊ ອິນທະສອນ ໄດ້ກ່າວວ່າ: ຈຸດປະສົງຂອງກິດຈະກໍາແມ່ນເພີ່ອຕອບສະໜອງ ແລະ ສົ່ງ ເສີມນະໂຍບາຍຂອງລັດຖະບານເວົ້າລວມ, ເວົ້າສະເພາະແມ່ນແຜນພັດທະນາການສຶກສາຂອງກະຊວງສຶກສາທິການ ແລະ ກິລາ ເພີ່ອເຮັດໃຫສໍາເລັດເປົ້າໝາຍໃຫນັກຮຽນຢູູ່ໃນໂຮງຮຽນມີສຸຂະພາບແຂງແຮງ ແລະ ມີພາວະໂພຊະນາການທີີ່ດີ, ເພືິ່ອສະໜັບສະໜູນນັກຮຽນໃຫ້ໄດ້ມີໂອກາດຮຽນຮູ້ ແລະ ໃຫ້ຄູ-ອາຈານໄດ້ມີຄວາມສາມາດໃນການດຳເນີນກິດຈະກຳ ໂດຍສະເພາະແມ່ນກິດຈະກຳການປູກຝັງ-ລ້ຽງສັດ ເພືິ່ອສ້າງລາຍຮັບ ແລະ ນຳມາແຕ່ງອາຫານໃຫ້ນັກຮຽນ ແລະ ຂາຍເປັນສິນຄ້າ, ຄຽງຄູ່ກັນນັ້ນທາງມູນນິທິໄດ້ຈັດຕັ້ງປະຕິບັດນະໂຍບາຍຫຼຸດຜ່ອນຄວາມທຸກຍາກ , ນະໂຍບາຍກ່ຽວກັບການສຶກສາເພື່ອເຮັດໃຫ້ນັກຮຽນຜູ້ທີິ່ມີຄວາມທຸກຍາກລໍາບາກໄດ້ມີໂອກາດຮຽນຈົບຊັັ້ນປະຖົມສຶກສາ ແລະ ສາມາດສືບຕໍ່ຮຽນໃນລະດັບຊັັ້ນມັດທະຍົມຕໍ່ໄປໄດ້.

ທ່ານ ນາງ ຄໍາສະຫວາງ ຈັນທະໄລ ຜູ້ປະສານງານໂຄງການອາຫານທ່ຽງໃນໂຮງຮຽນໃນນາມຕາງໜ້າມູນນິທິ WORLDS LINK ກໍ່ໄດ້ລາຍງານການປະເມີນທ້າຍກິດຈະກໍາ ແລະ ລາຍງານປິດກິດຈະກໍາໂຄງການອາຫານທ່ຽງໃນໂຮງຮຽນ. ອົງການອາຫານໂລກໄດ້ຕີພິມຂໍ້ມູນໃນປີ 2020 ວ່າ: ການຂາດສານອາຫານໃນລາວແມ່ນ 166 ຫຼື ເທົ່າກັບ 0,41% ຂອງຈຳນວນຜູ້ເສຍຊິວິດທັງໝົດ, ພາວະການຂາດສານອາຫານ ແລະ ອາຫານບໍ່ພຽງພໍຍັງມີສູງ ໂດຍສະເພາະໃນຊົນນະບົດຫ່າງໄກສອກຫຼີກຊຶ່ງເປັນການກີດຂວາງການພັດທະນາຄວາມສາມາດຂອງເດັກ ແລະ ຍັງເປັນຜົນກະທົບຕໍ່ການເຂົ້າໂຮງຮຽນຂອງເດັກຢ່າງໃຫຍ່ຫຼວງອີກດ້ວຍ.

ພື້ນທີ່ກິດຈະກໍາ ແລະ ກຸ່ມເປົ້າໝາຍແມ່ນກວມເອົາ 2 ເມືອງຄື: ເມືອງທ່າແຂກ ແລະ ເມືອງໜອງບົກ . ສໍາລັບເມືອງໜອງບົກມີ 2 ບ້ານຄື: ບ້ານໂຄກກ່ອງ ແລະ ບ້ານໜອງຜໍາ, ເມືອງທ່າແຂກມີ 1 ບ້ານຄື: ບ້ານເລົ່າງົວ ໂດຍສຸມໃສ່ກິດຈະກໍາສົ່ງເສີມອາຫານທ່ຽງໃນໂຮງຮຽນອານຸບານ ແລະ ໂຮງຮຽນປະຖົມ (ປ1-ປ5) ຂອງກຸ່ມເປົ້າໝາຍ 2 ເມືອງດັ່ງກ່າວລວມມີທັງໝົດ 648 ຄົນຍິງ 320 ຄົນ. ດ້ານກິດຈະກໍາບ້ານໜອງຜໍາ ແລະ ບ້ານເລົ່າງົວໄດ້ຖືກຈັດຕັ້ງປະຕິບັດນັບແຕ່ປີ 2019 – 2023 ແລະ ບ້ານໂຄກກ່ອງໄດ້ຖືກຈັດຕັ້ງປະຕິບັດນັບແຕ່ປີ 2022-2023.

(ຂ່າວ: ຄໍາມ່ວນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version