Home ຂ່າວພາຍໃນ ທຫລ ​ຫວນ​ຄືນມູນ​ເຊື້ອ​ອັນ​ພິ​ລະ​ອາດ​ຫານ​ຂອງ​ແມ່​ຍິງລາວ

ທຫລ ​ຫວນ​ຄືນມູນ​ເຊື້ອ​ອັນ​ພິ​ລະ​ອາດ​ຫານ​ຂອງ​ແມ່​ຍິງລາວ

0

ຄະນະສະຫະພັນແມ່ຍິງທະນາຄານ ແຫ່ງ ສປປ ລາວ (ທຫລ) ໄດ້ຈັດພິທີປາຖະກະຖາມູນເຊື້ອການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວຂອງອົງການ ຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ (20 ກໍລະກົດ 1955-20 ກໍລະກົດ 2023) ຂຶ້ນໃນວັນທີ 4 ສິງຫານີ້ ທີ່ ທຫລ ພາຍໃຕ້ການເປັນປະທານ ແລະ ປາຖະກະຖາຂອງ ທ່ານນາງ ສາຍສະໝອນ ຈັນທະຈັກ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ທຫລ, ໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ຂັນແກ້ວ ຫຼ້າມະນີເງົາ ຮອງຜູ້ວ່າການ ທຫລ ຜູ້ຊີ້ນໍາວຽກງານສາມອົງການຈັດຕັ້ງມະຫາຊົນ; ມີຮອງປະທານສະຫະພັນແມ່ຍິງ ແລະ ຕາງໜ້າສາມອົງການ ຈັດຕັ້ງມະຫາຊົນເຂົ້າຮ່ວມ.

ທ່ານນາງ ສາຍສະໝອນ ຈັນທະຈັກ ໄດ້ຍົກໃຫ້ເຫັນຕົ້ນ​ກຳ​ເນີດ, ບົດ​ບາດ​ຄວາມ​ສຳ​ຄັນຂອງແມ່ຍິງລາວໃນພາລະກິດຕໍ່ສູ້ກູ້ຊາດ ແລະຜົນ​ງານ​ການເຄື່ອນໄຫວຕະຫຼອດໄລຍະຜ່ານມາ ໃນຂະບວນການຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ເປັນທີ່ເອກອ້າງທະນົງໃຈທີ່ສຸດ ທີ່ແມ່ຍິງລາວບັນດາເຜົ່າໄດ້ເສຍສະຫຼະເລືອດເນື້ອ, ເຫື່ອແຮງ ແລະ ສະຕິປັນຍາຄຽງບ່າຄຽງໄຫຼ່ກັບເພດຊາຍຢ່າງພິລະອາດຫານ, ຍາດເອົາເອກະ ລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວເຮົາ. ຫວັງ​ຢ່າງ​ຍິ່ງວ່າ​ຈະ​ເປັນ​ບົດ​​ຮຽນ​ອັນ​ດີ​ໃນ​ຫຼາຍ​ດ້ານ​ໃຫ້​ແກ່​ເອື້ອຍ​ນ້ອງ​ແມ່​ຍິງຂອງ​ພວກ​ເຮົາ​ໄດ້​ສືບ​ທອດ, ຮ່ຳ​ຮຽນ​ເອົາ​ເປັນ​ແບບ​ຢ່າງ ແລະ ໝູນ​ໃຊ້​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ທີ່​ຕົນ​ຮັບ​ຜິດ​ຊອບ​ໃນ​ຕໍ່​ໜ້າ ຖືເອົາການດຳລົງຊີວິດການເມືອງ, ການຕຳນິກໍ່ສ້າງຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຈັດຕັ້ງປະຕິບັດຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີທີ່ສູນກາງສະຫະພັນແມ່ຍິງລາວວາງອອກ.

ການປາຖະກະຖາຄັ້ງນີ້ແນໃສ່ເຮັດໃຫ້ສະມາຊິກແມ່ຍິງ ແລະ ສາມອົງການຈັດຕັ້ງມະຫາຊົນມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ມູນເຊື້ອ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວວຽກງານອັນພົ້ນເດັ່ນໃນແຕ່ລະໄລຍະຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວທີ່ໄດ້ພ້ອມພຽງກັນສຸມທຸກເຫື່ອແຮງ, ສະຕິປັນຍາປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ. ພ້ອມທັງຮັບຟັງການລາຍງານສະພາບການເຄື່ອນໄຫວວຽກງານຂອງສະຫະພັນແມ່ຍິງ ທຫລ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ອີກດ້ວຍ.

ຂ່າວ-ພາບ: ຍຸພິນທອງ+ວັນເພັງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version