Home ຂ່າວໜ້າໜຶ່ງ ຮ່ວມແຮງ ຮ່ວມໃຈຕ້ານໄພຈາກການຄ້າມະນຸດ

ຮ່ວມແຮງ ຮ່ວມໃຈຕ້ານໄພຈາກການຄ້າມະນຸດ

0

ລາວເປັນປະເທດໜຶ່ງທີ່ມີບັນຫາການຄ້າມະນຸດ ເນື່ອງຈາກທີ່ຕັ້ງພູມສັນຖານຂອງປະເທດມີຄວາມສະດວກໃນການເດີນທາງເຂົ້າ-ອອກຂອງພົນລະເມືອງ ແລະ ການຂະຫຍາຍຕົວທາງດ້ານການພັດທະນາເສດຖະກິດ-ສັງຄົມຂອງປະເທດ.

ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ປະທານຄະນະກຳມະການຕ້ານການຄ້າມະນຸດລະດັບຊາດໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ພວກຄ້າມະນຸດໄດ້ນໍາໃຊ້ຫຼາຍຮູບການທີ່ເປັນການຄ້າມະນຸດຢູ່ລາວ ການກະທຳດັ່ງກ່າວຜິດຕໍ່ກົດໝາຍ ແລະ ຜິດຕໍ່ວັດທະນະທຳອັນດີງາມຂອງຊາດ ແລະ ກາຍເປັນສິ່ງທ້າທາຍໜຶ່ງທີ່ຕ້ອງແກ້ໄຂໃຫ້ໄດ້ ຊຶ່ງຜ່ານມາພວກຄ້າມະນຸດໄດ້ເຄື່ອນໄຫວຊອກຫາ, ເຄື່ອນຍ້າຍ, ຂົນສົ່ງ, ໃຫ້ບ່ອນພັກເຊົາ, ລີ້ຊ້ອນ, ຕົວະຍົວະ, ຫຼອກລວງເພື່ອໃຫ້ຜູ້ຖືກເຄາະຮ້າຍກະທຳຜິດຖານຖືພາບໍ່ຖືກຕ້ອງ, ການຄ້າ, ໂສເພນີ, ການບັງຄັບໃຫ້ເປັນໂສເພນີ, ການຂູດຮີດແຮງງານ ແລະ ອື່ນໆ, ການກະທຳດັ່ງກ່າວຜິດຕໍ່ລະບຽບກົດໝາຍ, ຜິດຕໍ່ວັດທະນະທຳອັນດີງາມຂອງຊາດ, ບັນຫາທີ່ໜ້າເປັນຫ່ວງທີ່ສຸດແມ່ນພົນລະເມືອງລາວຈຳນວນບໍ່ໜ້ອຍຖືກນາຍໜ້າຕົວະຍົວະຫຼອກລວງໄປອອກແຮງງານ ແລ້ວຖືກຂູດຮີດແຮງງານຢູ່ບາງປະເທດໃກ້ຄຽງ ຊຶ່ງຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດເປັນຈຳນວນຫຼວງຫຼາຍ.

ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ໃຫ້ຮູ້ຕື່ມວ່າ: ຍ້ອນເຫັນໄດ້ຄວາມອັນຕະລາຍຂອງການຄ້າມະນຸດ, ລັດຖະບານໄດ້ນໍາພາຊີ້ນໍາຈັດຕັ້ງປະຕິບັດວຽກງານການຄ້າມະນຸດຢ່າງຈິງຈັງ ເປັນຕົ້ນເອົາໃຈໃສ່ກົນໄກວຽກງານຕ້ານການຄ້າມະນຸດໃຫ້ເປັນລະບົບ, ມີຄວາມເຂັ້ມແຂງແຕ່ສູນກາງລົງຮອດທ້ອງຖິ່ນ, ສ້າງ, ປັບປຸງບັນດາປຶ້ມຄູ່ມືນິຕິກຳທີ່ກ່ຽວຂ້ອງເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດໄລຍະ 3 ແຕ່ປີ 2021-2025 ໃຫ້ເປັນຮູບປະທຳເທື່ອລະກ້າວ, ສ້າງຄວາມເຂັ້ມແຂງໃຫ້ພະນັກງານຜູ້ເຮັດວຽກຕົວຈິງ, ເອົາໃຈໃສ່ໂຄສະນາປູກຈິດສຳນຶກໃຫ້ແກ່ສັງຄົມຮັບຮູ້ດ້ວຍການເຜີຍແຜ່ໂຄສະນາຜ່ານທາງສື່ສັງຄົມອອນລາຍ, ວິທະຍຸ, ໂທລະພາບ, ໜັງສືພິມ ແລະ ອື່ນໆ ເພື່ອໃຫ້ປະຊາຊົນມີຄວາມຮັບຮູ້-ເຂົ້າໃຈຢ່າງຖືກຕ້ອງຕໍ່ຄວາມອັນຕະລາຍ ແລະ ຜົນກະທົບຂອງການຄ້າມະນຸດ; ເອົາໃຈໃສ່ໃນການປະຕິບັດມາດຕະການທາງດ້ານກົດໝາຍຕໍ່ຜູ້ກະທຳຜິດຢ່າງເຂັ້ມງວດ ແລະ ປົກປ້ອງຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ກຸ່ມສ່ຽງຈາກການຄ້າມະນຸດທັງພາຍໃນ ແລະ ມາຈາກຕ່າງປະເທດ. ດັ່ງນັ້ນ ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມຈົ່ງມີສະຕິຮ່ວມແຮງຮ່ວມໃຈກັນເພື່ອຕ້ານໄພຈາກການຄ້າມະນຸດໃຫ້ຫຼຸດໜ້ອຍຖອຍລົງ ແລະ ໝົດໄປຈາກສັງຄົມເທື່ອລະກ້າວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version