Home ຂ່າວຕ່າງປະເທດ ດັບເບີລຢູເອຟພີ ຫລຸດຜ່ອນການຊ່ວຍເຫລືອ ສະບຽງອາຫານ ເກືອບ 40 ປະເທດ

ດັບເບີລຢູເອຟພີ ຫລຸດຜ່ອນການຊ່ວຍເຫລືອ ສະບຽງອາຫານ ເກືອບ 40 ປະເທດ

0

ອ້າງຕາມ ແຫລງຂ່າວ VOVWORLD ຂອງ ຫວຽດນາມ, ເມື່ອບໍ່ດົນມານີ້, ທ່ານ ຄາລ ສະເກົາ ຮອງຜູ້ອຳນວຍການ ໂຄງການ ສະບຽງອາຫານໂລກ (WFP) ໃຫ້ຮູ້ວ່າ: ປັດຈຸບັນ, ຢ່າງໜ້ອຍ 38 ໃນ 86 ປະເທດ ທີ່ WFP ພວມມີ ແຜນການ ຈະຫລຸດຜ່ອນ ການຊ່ວຍເຫລືອ ດ້ານ ສະບຽງອາຫານ, ເງິນສົດ ແລະ ການຊ່ວຍເຫລືອອື່ນໆ.

ຕາມການ ຄາດຄະເນ ຂອງ WFP ຈະຕ້ອງມີເງິນ ປະມານ 20 ຕື້ໂດລາ ສະຫະລັດ ຈຶ່ງສາມາດ ສະໜອງ ການຊ່ວຍເຫລືອ ໃຫ້ຜູ້ມີຄວາມຕ້ອງການ ໄດ້ຢ່າງພຽງພໍ, ແຕ່ຄວາມເປັນຈິງແລ້ວ ອົງການນີ້ ພຽງແຕ່ ວາງເປົ້າໝາຍ 10-14 ຕື້ໂດລາ ສະຫະລັດ. ໂດຍຄິດໄລ່ ມາຮອດປັດຈຸບັນ WFP ຫາກໍ່ບັນລຸ 5 ຕື້ໂດລາ ສະຫະລັດ. ສ່ວນສະພາບ ຄວາມເປັນຈິງ ດັ່ງກ່າວ ດັບເບີລຢູເອຟພີ ຕ້ອງຫລຸດຜ່ອນ ການຊ່ວຍເຫລືອ ສຳລັບ ເປົ້າໝາຍ ອຶດຫີວ ເພື່ອຊ່ວຍເຫລືອ ຜູ້ຖືກອຶດຫີວ ທີ່ຢູ່ໃນພາວະສຸກເສີນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version