Home ຂ່າວພາຍໃນ ກະຊວງສຶກສາທິການ ແລະ ກິລາ ສ້າງທີມຄູຝຶກດ້ານບົດບາດ ຍິງ-ຊາຍ

ກະຊວງສຶກສາທິການ ແລະ ກິລາ ສ້າງທີມຄູຝຶກດ້ານບົດບາດ ຍິງ-ຊາຍ

0

ທ່ານ ນາງ ຂັນທະລີ ສິຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານນາງ ວາແນັດຊາ ເຮກາຕີ ຮັກສາການຮອງເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ ໄດ້ເປັນປະທານຮ່ວມໃນພິທີສະເຫຼີມສະຫຼອງ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ (20/7/1955 -20/7/2023) ເມື່ອບໍ່ດົນມານີ້ ແລະ ເປັນມື້ປິດຊຸດຝຶກອົບຮົມໄລຍະ 5 ວັນ ເພື່ອສ້າງຂີດຄວາມສາມາດສໍາລັບທີມງານຄູຝຶກ ທີ່ສ້າງຂຶ້ນໃໝ່ ກໍຄືທີມຄູຝຶກດ້ານບົດບາດຍິງ-ຊາຍ ແລະ ການປ້ອງກັນການໃຊ້ຄວາມຮຸນແຮງຕໍ່ເດັກໃນໂຮງຮຽນ ໃຫ້ບັນດາກົມຂອງກະຊວງສຶກສາທິການ ແລະ ກິລາ.

ທ່ານ ນາງ ຂັນທະລີ ສິຣິພົງພັນ ໄດ້ກ່າວວ່າ: ຄູຝຶກດ້ານບົດບາດຍິງ-ຊາຍ ຂອງບັນດາກົມຂອງກະຊວງສຶກສາທິການ ແລະ ກິລາ ຈະມີບົດບາດສຳຄັນໃນການຍົກສູງຄວາມຮັບຮູ້ ກ່ຽວກັບຄວາມສະເໝີພາບຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ. ພາລະບົດບາດຂອງທີມງານຄູຝຶກທີ່ສ້າງຂຶ້ນໃໝ່ນີ້ ແມ່ນຈະໄດ້ຜັນຂະຫຍາຍຜົນການຈັດການຝຶກອົບຮົມ, ສໍາມະນາ ແລະ ກອງປະຊຸມກ່ຽວກັບການສົ່ງເສີມ ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ພາຍໃນກົມກອງຂອງຕົນເອງ ແລະ ສະຖາບັນອື່ນໆ ນອກຈາກກະຊວງສຶກສາທິການ ແລະ ກິລາ.

ທ່ານນາງ ວາແນັດຊາ ເຮກາຕີ ໄດ້ຊີ້ໃຫ້ເຫັນຄວາມສຳຄັນ ແລະ ການກຳນົດວຽກງານສົ່ງເສີມບົດບາດຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ ເປັນຂົງເຂດບຸລິມະສິດ ແລະ ພ້ອມໃຫ້ຄຳໝັ້ນສັນຍາທີ່ຈະແກ້ໄຂບັນຫາຄວາມບໍ່ສະເໝີພາບ ແລະ ຄວາມບໍ່ເປັນທຳ ໂດຍຜ່ານທຸກວຽກງານທີ່ສະໜັບສະໜູນໂດຍລັດຖະບານອົດສະຕຣາລີ. ພ້ອມທັງມີຄວາມພູມໃຈເປັນຢ່າງຍິ່ງ ທີ່ໄດ້ເປັນຄູ່ຮ່ວມພັດທະນາກັບກະຊວງສຶກສາທິການ ແລະ ກິລາ ໂດຍຜ່ານແຜນງານບີຄວາ ເພື່ອສ້າງທີມງານຄູຝຶກ ແລະ ສ້າງຂີດຄວາມສາມາດໃຫ້ແກ່ທີມດັ່ງກ່າວ ຊຶ່ງຈະເປັນທີມຄູຝຶກຫຼັກດ້ານວຽກງານບົດບາດຍິງ-ຊາຍ ຂອງບັນດາກົມຂອງກະຊວງສຶກສາທິການ ແລະ ກິລາ. ຫວັງຢ່າງຍິ່ງວ່າ ທີມຄູຝຶກທີ່ສ້າງຂຶ້ນໃໝ່ນີ້ ຈະນຳໃຊ້ຄວາມຮູ້ຄວາມສາມາດ ທີ່ໄດ້ຝຶກອົບຮົມໃນຄັ້ງນີ້ ໝູນໃຊ້ເຂົ້າໃນການປະຕິບັດຕົວຈິງ ແລະ ຖ່າຍຖອດຄວາມຮູ້ ທີ່ໄດ້ຮຽນມາຈາກຂັ້ນສູນກາງ ລົງໄປສູ່ຂັ້ນທ້ອງຖິ່ນຢ່າງມີປະສິດທິຜົນ. ຜູ້ເຂົ້າຮ່ວມຝຶກອົບຮົມຈໍານວນ 34 ທ່ານ ຈາກ 16 ພາກສ່ວນທີ່ໄດ້ຖືກຄັດເລືອກເປັນຜູ້ຕາງໜ້າຈາກຫ້ອງການ, ກົມ, ສະຖາບັນ ແລະ ສູນ ຊຶ່ງຈະເປັນຜູ້ປະສານງານທີ່ສໍາຄັນ ແລະ ຈະຮັບຜິດຊອບຕໍ່ວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໃນຕໍ່ໜ້າ, ບັນດາຄູຝຶກດັັ່ງກ່າວນີ້ ຈະໄດ້ຝຶກອົບຮົມຕໍ່ໃຫ້ແກ່ວິຊາການທ່ານອື່ນໆ ທີ່ຢູ່ພາຍໃນກົມກອງຂອງຕົນ ກ້າວໄປເຖິງສາມາດຝຶກອົບຮົມ ໃຫ້ແກ່ພະແນກການອື່ນໃນຂັ້ນທ້ອງຖິ່ນ. ການຝຶກອົບຮົມຄັ້ງນີ້ ໄດ້ຖືກອອກແບບໂດຍສົ່ງເສີມການມີສ່ວນຮ່ວມ ລວມມີທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ຊຶ່ງປະກອບດ້ວຍຫຼາຍເນື້ອໃນ ແລະ ກິດຈະກຳ ທີ່ສອດຄ່ອງກັນ ໂດຍຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບແນວຄວາມຄິດ ທີ່ວ່າການຮຽນຮູ້ແມ່ນບໍ່ມີວັນສິ້ນສຸດ ຫຼື ການຮຽນຮູ້ຕະຫຼອດຊີວິດ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ການວິເຄາະບົດບາດຍິງ-ຊາຍ, ບັນດາກົດໝາຍທີ່ກ່ຽວຂ້ອງ ແລະ ເຕັກນິກການສອນ.

ການສະເຫຼີມສະຫຼອງວັນສ້າງຕັ້ງ ອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ, ບັນດາຄູຊັ້ນປະຖົມສຶກສາ ແລະ ຊັ້ນມັດທະຍົມສຶກສາ ພ້ອມດ້ວຍພະແນກການອ້ອມຂ້າງຈາກແຂວງວຽງຈັນ ຈຳນວນ 66 ທ່ານ ໄດ້ຮ່ວມກັບຄູຝຶກວຽກງານບົດບາດຍິງຊາຍ ຂອງບັນດາກົມຂອງກະຊວງສຶກສາທິການ ແລະ ກິລາ ກຳນົດຂໍ້ຄວາມສຳຄັນ ເພື່ອຍົກໃຫ້ເຫັນບັນຫາຂອງການໃຊ້ຄວາມຮຸນແຮງຕໍ່ເດັກ ແລະ ການສົ່ງເສີມບົດບາດຍິງ-ຊາຍ ຢູ່ໃນໂຮງຮຽນ. ຕາມຜົນການສຶກສາທີ່ຜ່ານມາ ສະແດງໃຫ້ເຫັນວ່າ ເກືອບ 1 ໃນ 3 ແມ່ຍິງລາວ (30,3%) ເຄີຍໄດ້ປະສົບກັບຄວາມຮຸນແຮງບາງຮູບແບບ (ທາງກາຍ, ທາງເພດ ຫຼື ຈິດໃຈ) ໃນຊີວິດຂອງເຂົາເຈົ້າ. ອັດຕາການໃຊ້ຄວາມຮຸນແຮງທີ່ຄ້າຍຄືກັນກັບເດັກ ໄດ້ຖືກລາຍງານໃນການສໍາຫລວດຄວາມຮຸນແຮງ ໃນໄວເດັກແຫ່ງຊາດໄດ້ພົບວ່າ ຫລາຍກວ່າໜຶ່ງສ່ວນສາມຂອງເດັກຍິງແລະ ເດັກຊາຍ ໄດ້ຮັບການໃຊ້ຄວາມຮຸນແຮງໃນໄວເດັກ ຊຶ່ງພະແນກສົ່ງເສີມຄວາມຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໄດ້ເນັ້ນໜັກເຖິງບົດບາດຂອງຄູ-ອາຈານ ໃນການປ້ອງກັນຄວາມຮຸນແຮງຕໍ່ເດັກ ແລະ ການສົ່ງເສີມບົດບາດຍິງ-ຊາຍ ຢູ່ໃນໂຮງຮຽນ .

ພາຍຫຼັງການຝຶກອົບຮົມຄັ້ງນີ້, ພະແນກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົສຕຣາລີ ແລະ ອົງການ USAID ມີແຜນຈະພັດ ທະນາ ປຶ້ມຄູ່ມື ການຝຶກອົບຮົມວຽກງານບົດບາດຍິງ-ຊາຍ ຂອງຂະແໜງສຶກສາທິການ ແລະ ກິລາໃນຕໍ່ໜ້າ.

(ຂ່າວ:ຕຸໄລເພັດ )

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version