Home ຂ່າວພາຍໃນ ລັດຖະມົນຕີກະຊວງຊັບພະຍາກອນ ແລະ ທ່ອງທ່ຽວ ບຣູໄນ ດາຣູຊາຣາມ ສົນໃຈເຂົ້າປອດສານພິດຂອງບໍລິສັດພູນເງິນ

ລັດຖະມົນຕີກະຊວງຊັບພະຍາກອນ ແລະ ທ່ອງທ່ຽວ ບຣູໄນ ດາຣູຊາຣາມ ສົນໃຈເຂົ້າປອດສານພິດຂອງບໍລິສັດພູນເງິນ

0

ເມື່ອເວົ້າເຖິງເຂົ້າພູນເງິນ ແລ້ວ ຫຼາຍຄົນຮູ້ຈັກດີໂດຍສະເພາະຊາວນະຄອນຫຼວງວຽງຈັນ ເພາະເຂົ້າພູນເງິນ ມີທັງເຂົ້າຈ້າວ ແລະ ເຂົ້າໜຽວ ຊຶ່ງມີກິ່ນຫອມ, ອ່ອນ ແລະ ແຊບ ມີວາງຂາຍຕາມຮ້ານຊຸບເປີມາເກັດ ແລະ ຕາມທ້ອງຕະຫຼາດທົ່ວໄປ. ໃນໂອກາດທີ່ ທ່ານ ດາໂຕດາອັບດຸນ ມານາຟ ເມຕຸຊິນ ລັດຖະມົນຕີ ກະຊວງຊັບພະຍາກອນ ແລະ ທ່ອງທ່ຽວ ແຫ່ງ ບຣູໄນ ດາຣູຊາຣາມ ພ້ອມຄະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ໃນວັນທີ 28 ກໍລະກົດ ຜ່ານມາ, ຄະນະຜູ້ແທນດັ່ງກ່າວ ໄດ້ໄປຢ້ຽມຢາມ ບໍລິສັດ ພູນເງິນ ການຄ້າຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ແລະ ເບິ່ງເຂດການຜະລິດເຂົ້າປອດສານພິດຂອງສະຫະກອນ ບ້ານແຈ້ງ ເມືອງທຸລະຄົມ ແຂວງວຽງຈັນ ຊຶ່ງແມ່ນບໍລິສັດ ພູນເງິນ ໃຫ້ການຊຸກຍູ້ປະຊາຊົນປູກເຂົ້າປອດສານພິດໃນເຂດດັ່ງກ່າວ, ໂດຍມີ ທ່ານ ນາງ ດາລີວັນ ສິດພະໄຊ ປະທານ ບໍລິສັດພູນເງິນ ການຄ້າຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດຮອດປະຊາຊົນໃຫ້ການຕ້ອນຮັບ.

ທ່ານ ນາງ ດາລີວັນ ສິດພະໄຊ ໃຫ້ຮູ້ວ່າ: ບໍລິສັດພູນເງິນ ການຄ້າຂາເຂົ້າ-ຂາອອກ ຈຳກັດ ໄດ້ມາຊຸກຍູ້ສົ່ງເສີມໃຫ້ປະຊາຊົນຢູ່ສະຫະກອນບ້ານແຈ້ງ ເມືອງທຸລະຄົມ ແຂວງວຽງຈັນ ປູກເຂົ້າຈ້າວປອດສານພິດ ເພື່ອຜະລິດເປັນສິນຄ້າຂາຍພາຍໃນ ແລະ ສົ່ງອອກຂາຍຕ່າງປະເທດ, ປັດຈຸບັນມີ 170 ຄອບຄົວ, ມີເນື້ອທີ່ນາ ທັງໝົດ 140 ກວ່າເຮັກຕາ, ສາມາດຜະລິດເຂົ້າໄດ້ 500 ໂຕນຕໍ່ປີ (ເຂົ້ານາປີ) ສະເພາະຢູ່ແຂວງວຽງຈັນ ຊຶ່ງໃນອະນາຄົດອັນໃກ້ນີ້ ຈະສົ່ງເສີມຊາວນາປູກເຂົ້ານາແຊງເພີ່ມເພື່ອໃຫ້ໄດ້ຜົນຜະລິດທັງເຂົ້ານາປີ ແລະ ນາແຊງເພີ່ມຂຶ້ນ, ຮູບແບບໃນການຊຸກຍູ້ສົ່ງເສີມຊາວນາແມ່ນທາງບໍລິສັດສະໜອງແນວພັນ ແລະ ຝຸ່ນຊີວະພາບທີ່ບໍລິສັດບົ່ມເອງນັ້ນສະໜອງໃຫ້ຊາວນາກ່ອນ, ນອກຈາກນີ້ທາງບໍລິສັດຍັງໄດ້ສົ່ງເສີມຊາວນາປູກເຂົ້າຢູ່ແຂວງອື່ນຕື່ມອີກ.

ທ່ານ ປະທານ ບໍລິສັດພູນເງິນ ການຄ້າຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ໃຫ້ຮູ້ຕື່ມວ່າ: ການສົ່ງເສີມໃຫ້ປະຊາຊົນປູກເຂົ້າໃນເບື້ອງຕົ້ນບໍ່ປະສົບຜົນສຳເລັດເພາະຖືກນໍ້າຖ້ວມ ຊຶ່ງນໍ້າໄດ້ລົ້ນຈາກເຂື່ອນໄຟຟ້າໄຫຼເຂົ້າມາເຮັດໃຫ້ນາເຂົ້າຖືກນ້ຳຖ້ວມເສຍຫາຍໝົດເລີຍ, ໃນປີ 2019 ການປູກເຂົ້າຂອງປະຊາຊົນເຂດດັ່ງກ່າວນີ້ ຊໍ້າພັດຖືກໄພແຫ້ງແລ້ງການເກັບກ່ຽວຜົນຜະລິດໄດ້ພຽງ 30% ເທົ່ານັ້ນ, ແຕ່ບໍລິສັດພູນເງິນກໍບໍ່ໄດ້ທໍ້ຖອຍ ຊຶ່ງໄດ້ສືບຕໍ່ລົງທຶນໃສ່ແນວພັນເຂົ້າ, ຝຸ່ນ ແລະ ຂະຫຍາຍພື້ນທີ່ປູກໃຫ້ຫຼາຍກວ່າເກົ່າ, ໃນໄລຍະຜ່ານມາກະຊວງກະສິກຳ-ປ່າໄມ້ ກໍຄືລັດຖະບານລາວກໍໄດ້ພະຍາຍາມສະໝັບສະໜູນຊຸກຍູ້ບໍລິສັດພວກເຮົາດ້ວຍດີຕະຫຼອດມາ ໂດຍສະເພາະການຊອກຫາຕະຫຼາດຢູ່ພາຍໃນ ແລະ ຕ່າງປະເທດໃຫ້ແກ່ບໍລິສັດພວກເຮົາ.

ການມາຢ້ຽມຍາມຂອງ ທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ທ່ອງທ່ຽວ ບຣູໄນ ດາຣູຊາຣາມ ພ້ອມຄະນະ ໃນຄັ້ງນີ້ໄດ້ໃຫ້ຄວາມສົນໃຈ ແບບວິທີປູກເຂົ້າປອດສານພິດ ຂອງກຸ່ມຊາວນາຜູ້ຜະລິດເຂົ້າປອດສານພິດທີ່ສົ່ງເສີມໂດຍບໍລິສັດພູນເງິນເພື່ອຜະລິດເປັນສິນຄ້າຂາຍພາຍໃນ ແລະ ສົ່ງອອກຕ່າງປະເທດ.

(ຂ່າວ-ພາບ: ສຳນານ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version