Home ຂ່າວໜ້າໜຶ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ຢ້ຽມອຳລາ ຮອງນາຍົກ.

ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ຢ້ຽມອຳລາ ຮອງນາຍົກ.

0

ໃນວັນທີ 27 ກໍລະກົດ 2023 ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປກສ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບອຳລາຂອງ ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ໃນໂອກາດທີ່ສຳເລັດໜ້າທີ່ການທູດຢູ່ ສປປ ລາວ .

ພົອ ວິໄລ ຫຼ້າຄຳຟອງ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການສຳເລັດໜ້າທີ່ການທູດຂອງ ທ່ານ ຈ່ຽງຈ້າຍຕົ່ງ ໃນໄລຍະດຳລົງຕຳແໜ່ງຢູ່ ສປປ ລາວ, ທີ່ໄດ້ສຸມທຸກສະຕິປັນຍາໃນການປະກອບສ່ວນຢ່າງຕັ້ງໜ້າ ໃນການພົວພັນຮ່ວມມືຂອງສອງຊາດລາວ-ຈີນ ໂດຍສະເພາະແມ່ນສອງກະຊວງປ້ອງກັນຄວາມສະຫງົບ ທີ່ໄດ້ມີການພົວພັນຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຫຼາຍໆດ້ານ ເປັນຕົ້ນແມ່ນການຊ່ວຍເຫຼືອທຶນການສຶກສາ, ຝຶກອົບຮົມວຽກງານວິຊາສະເພາະ ແລະ ພາຫະນະອຸປະກອນເຕັກນິກ ທີ່ຮັບໃຊ້ເຂົ້າໃນວຽກງານວິຊາສະເພາະ ແລະ ການຮ່ວມມືກັນຕ້ານບັນຫາອາຊະຍາກຳຕ່າງໆ ເພື່ອປົກປ້ອງຄວາມສະຫງົບ-ປອດໄພຂອງປະຊາຊົນສອງຊາດລາວ-ຈີນ.

ພ້ອມນີ້ຮອງນາຍົກໄດ້ອວຍພອນໃຫ້ ທ່ານ ຈ່ຽງຈ້າຍຕົ່ງ ກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ໃຫ້ປະສົບຜົນສຳເລັດໃນໜ້າທີ່ໃໝ່ຂອງທ່ານ.

ຂ່າວ: ຄຳສອນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version