Home ຂ່າວພາຍໃນ ກອງພົນທີ 2 ສະຫລຸບວຽກງານປ້ອງກັນຊາດ ປະຈໍາ 6 ເດືອນຕົ້ນປີ 2023

ກອງພົນທີ 2 ສະຫລຸບວຽກງານປ້ອງກັນຊາດ ປະຈໍາ 6 ເດືອນຕົ້ນປີ 2023

0

ໃນວັນທີ 27 ກໍລະກົດ 2023 ນີ້ ກອງພົນທີ 2 ໄດ້ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2023, ໂດຍການເປັນ ປະທານຂອງສະຫາຍ ພົນຈັດຕະວາ ຄຳດີ ໄຊຍະວົງ ຫົວໜ້າການທະຫານ ກອງພົນທີ 2, ມີສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ຫົວໜ້າ ການເມືອງກອງພົນທີ 2, ມີບັນດາສະຫາຍຄະນະຫ້ອງ, ພະແນກການ, ຄະນະພັກ-ຄະນະບັນຊາກອງພັນໃຫ່ຍ, ກອງພັນນ້ອຍ ແລະ ກອງຮ້ອຍ ເອກະລາດ ເຂົ້າຮ່ວມ.

ສະຫາຍພັນໂທ ບຸນເລີດ ແກ້ວອຸດົມ ຮອງຫົວໜ້າຫ້ອງການ ແລະ ບໍລິ ຫານ ກອງພົນທີ 2 ໄດ້ຜ່ານບົດສະຫລຸບຕີລາຄາຄືນຜົນງານການເຄື່ອນ ໄຫວວຽກງານປ້ອງກັນຊາດ ໃນໄລຍະ 6 ເດືອນຕົ້ນປີ ແລະ ຜ່ານທິດທາງ ແຜນການ 6 ເດືອນທ້າຍ ປີ 2023 ເຊິ່ງໄລຍະຜ່ານມາຄະນະພັກ-ຄະນະ ບັນຊາກອງພົນໄດ້ສຸມໃສ່ຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ໄດ້ຖືເອົາວຽກງານເຮັດ ໃຫ້ສະພາບມີຄວາມສະຫງົບເປັນບັນຫາສຳຄັນ ໂດຍການຫັນເອົາວຽກງານ ກໍ່ສ້າງຮາກຖານການເມືອງເປັນໃຈກາງສົມທົບກັບອຳນາດການປົກຄອງ ທ້ອງຖີ່ນລົງກໍ່ສ້າງຮາກຖານແບບທາງກວ້າງ ແລະ ທາງເລີກ ເພື່ອຕິດຕາມ ກວດກາການເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີ ຕາມຂອບເຂດກົມກອງ ຮັບຜິດຊອບ ກໍ່ຄື ຂອບເຂດແຂວງໄຊຍະບູລີ ໃຫ້ມີຄວາມສະຫງົບປອດໄພ ມີຄວາມເປັນລະບຽບຮຽບຮ້ອຍ, ຖືສຳຄັນວຽກງານສຶກສາອົບຮົມການ ເມືອງແນວຄິດ ເຮັດໃຫ້ພະນັກງານ-ນັກຮົບ ມີແນວຄິດອຸ່ນອ່ຽງ ທຸ່ນທ່ຽງ ເຊື່ອໜັ້ນຕໍ່ການນຳພາຂອງພັກ ປະຕິບັດຂໍ້ກຳນົດ ກົດລະບຽບຂອງກອງ ທັບ ມີສະຕິຕື່ນຕົວສູງ ຕອບຕ້ານຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງ ສັດຕູ ແລະ ສຸມໃສ່ຝືກແອບຮໍ່າຮຽນ ຍົກສູງລະດັບຄວາມຮູ້ ຄວາມສາມາດ ດ້ານວິຊາສະເພາະໃຫ້ແກ່ພະນັກງານ-ນັກຮົບ ໃຫ້ມີຄວາມສຳນິສຳນານ ຄ່ອງແຄ້ວຮັບປະກັນເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້, ໄປຄຽງຄູ່ກັບການປັບປຸງກໍ່ສ້າງກົມກອງ ເພີ່ມພູນຜະລິດຜົນ ປູກຝັງ- ລ້ຽງສັດ ຕາມທ່າແຮງບົ່ມຊ້ອມຂອງກົມກອງ. ຕະຫລອດໄລຍະ 6 ເດືອນ ຜ່ານມາ ກົມກອງສາມາດສ້າງລາຍຮັບໄດ້ທັງໝົດ 5.262.718.000 ກີບ. ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດ, ຄຳເຫັນໃສ່ບົດສະຫລຸບ ແລະ ບົດທິດທາງແຜນການ ເພື່ອເປັນການຖອດ ຖອນບົດຮຽນ ເສີມຂະຫຍາຍຈຸດດີ, ແກ້ໄຂຈຸດອ່ອນ ຂໍ້ຄົງຄ້າງ ເຮັດໃຫ້ບົດ ສະຫລຸບທັງສອງພາກມີເນື້ອໃນຄົບຖ້ວນຖືກຕ້ອງ ແລະ ແທດເໝາະກັບ ສະພາບຄວາມເປັນຈິງຂອງກົມກອງ ໃຫ້ບັນລຸຄາດໝາຍ, ມີທ່າກ້າວຂະ ຫຍາຍຕົວ ແລະ ພົ້ນເດັ່ນຂຶ້ນກວ່າເກົ່າ. ກອງປະຊຸມຍັງໄດ້ເຜີຍແຜ່ຄຳສັ່ງ ແນະນໍາຂອງກະຊວງປ້ອງກກັນປະເທດ ວ່າດ້ວຍການຈັດຕັ້ງສະເຫລີມ ສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ.

ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ຫົວໜ້າການເມືອງກອງພົນທີ 2 ກໍ່ໄດ້ມີຄໍາເຫັນໂອ້ລົມຕໍ່ກອງ ປະຊຸມ ເຊິ່ງກ່ອນອື່ນ ສະຫາຍ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ສຳເລັດໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະ 6 ເດືອນຜ່ານມາ ພ້ອມທັງໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ສືບຕໍ່ເຮັດ ວຽກງານສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ພະນັກງານ-ນັກຮົບ ເຂົ້າໃຈແຈ້ງຕໍ່ແນວທາງແຜນນະໂຍບາຍຂອງພັກ-ລັດ, ສືບຕໍ່ຫັນລົງ ກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານ 3 ສ້າງຕາມທິດນໍາ ຂອງພັກ ພ້ອມນັ້ນຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕ້ອງເປັນແບບ ຢ່າງນໍາໜ້າ ໃນການຈັດຕັ້ງປະຕິບັດໃນທຸກຂົງເຂດວຽກງານ ແລະ ມີທັດສະນະຄຸນສົມບັດ, ສິນທໍາປະຕິວັດ, ຍົກສູງສະຕິກຽມພ້ອມສູ້ຮົບ ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ ຕອບຕ້ານທຸກ ປະກົດການຫຍໍ້ທໍ້ທີ່ເປັນໜໍ່ແໜ່ງກໍ່ໃຫ້ເກີດຄວາມບໍ່ສະຫງົບ, ພ້ອມນັ້ນ ຕ້ອງຍົກສູງຕໍ່ວຽກງານອົບຮົມ-ຫັດແອບປັບປຸງລະບຽບແບບແຜນຂອງ ກົມກອງ ຕິດພັນກັບວຽກງານປັບປຸງກໍ່ສ້າງກົມກອງ ເພີມພູນຜະລິດຜົນ ປູກຝັງ-ລ້ຽງສັດ ເພື່ອສ້າງໃຫ້ກົມກອງກາຍເປັນກົມກອງທີ່ມີແບບແຜນ ທັນໄໝຂື້ນຢ່າງບໍ່ຢຸດຢັ້ງ.

ໂດຍ: ສຸວັນໂນ ທະລັງສີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version