ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໄດ້ລາຍງານວ່າ ໃນວັນທີ 28 ກໍລະກົດ 2023 ເວລາ 07:09 ໂມງ ໄດ້ພົບສັນຍານການເກີດ ແຜ່ນດິນໄຫວພາຍໃນປະເທດລາວ 01 ຄັ້ງ ໃນບໍລິເວນແຂວງໄຊຍະບູລີ ຈຸດສູນກາງເສັ້ນຂະໜານທີ 21.876 ອົງສາເໜືອ ແລະ ເສັ້ນແວງທີ 101.937 ອົງສາຕາເວັນອອກ ຄວາມແຮງສັ່ນສະເທືອນວັດແທກໄດ້ 3.4 ຣີກເຕີ ເຊິ່ງມີຄວາມເລິກຈາກເທິງໜ້າດິນປະມານ 10 ກິໂລແມັດ ຈຸດສູນ ກາງເກີດແຜ່ນດິນໄຫວຢູ່ທີ່ບໍລິເວນ ເມືອງບຸນເໜືອ ແຂວງຜົ້ງສາລີ ຫ່າງຈາກເທດສະບານເມືອງບຸນເໜືອ ປະມານ 27 ກິໂລແມັດ. ເຫດການແຜ່ນດິນໄຫວເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.