Home ຂ່າວຕ່າງປະເທດ ກອງປະຊຸມສຸດຍອດຂອງ ສປຊ ກ່ຽວກັບລະບົບສະບຽງອາຫານ

ກອງປະຊຸມສຸດຍອດຂອງ ສປຊ ກ່ຽວກັບລະບົບສະບຽງອາຫານ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 24 ກໍລະກົດ ຜ່ານມານີ້, ກອງປະຊຸມສຸດຍອດຂອງ ສປຊ ກ່ຽວກັບລະບົບສະບຽງອາຫານໄດ້ເປີດຂຶ້ນຢູ່ນະຄອນຫຼວງໂຣມ ປະເທດອີຕາລີ. ຄາດວ່າ, ກອງປະຊຸມຈະດຳເນີນເປັນເວລາ 3 ວັນ, ສຸມໃສ່ປຶກສາຫາລືມາດຕະການແກ້ໄຂບັນດາບັນຫາຊຶ່ງລະບົບສະບຽງອາຫານທົ່ວໂລກພວມປະເຊີນໜ້າ ລວມມີບັນຫາກ່ຽວກັບປະຊາຊົນນັບລ້ານຄົນພວມຕົກເຂົ້າສູ່ສະພາບໄພອຶດຫິວ, ປະຊາຊົນນັບຕື້ຄົນພວມປະເຊີນໜ້າກັບພະຍາດ, ໃນຂະນະທີ່ສະພາບການຟຸ່ມເຟືອຍອາຫານສືບຕໍ່ແມ່ນສິ່ງທ້າທາຍ. ກອງປະຊຸມໄດ້ດຳເນີນໃນສະພາບການຂາດສະບຽງອາຫານນັບມື້ນັບເພີ່ມຂຶ້ນໃນໂລກ, ມີປະຊາຊົນນັບພັນຄົນຈະປະສົບກັບໄພອຶດຫິວເປັນໄລຍະເວລາຍາວນານ.

ກ່າວຄຳເຫັນໃນກອງປະຊຸມ, ທ່ານ ອັນໂຕນີໂອ ກູເຕີເຣສ ເລຂາທິການໃຫຍ່ ສປຊ ໃຫ້ຮູ້ວ່າ: ບັນດາລະບົບສະບຽງອາຫານທົ່ວໂລກພວມຂາດຄວາມສົມດຸນ ເຮັດໃຫ້ປະຊາຊົນນັບຕື້ຄົນຕ້ອງໄດ້ຮັບຜົນກະທົບ. ຕາມແຜນການສະບຽງອາຫານໂລກ (WFP) ແລ້ວ, ບັນດາຜົນກະທົບຈາກພູມອາກາດ, ພະຍາດໂຄວິດ -19 ແລະ ບັນດາການປະທະກັນ, ໄດ້ສົ່ງຜົນເຮັດໃຫ້ປະຊາກອນຕ້ອງປະເຊີນໜ້າກັບໄພອຶດຫິວຂຶ້ນເຖິງ 122 ລ້ານຄົນນັບແຕ່ປີ 2019.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version