Home ຂ່າວຕ່າງປະເທດ ເອີຣົບກໍາລັງປະເຊີນກັບສະພາບອາກາດຮ້ອນຢ່າງໜັກ

ເອີຣົບກໍາລັງປະເຊີນກັບສະພາບອາກາດຮ້ອນຢ່າງໜັກ

0

ຂ່າວຕ່າງປະເທດລາຍງານເມື່ອບໍ່ດົນມານີ້ວ່າ, ເອີຣົບໃຕ້ ຕ້ອງປະເຊີນກັບຄວາມຮ້ອນທີ່ຮຸນແຮງ ຊຶ່ງສົ່ງຜົນກະທົບຕໍ່ປະຊາຊົນທີ່ຕ້ອງຊື້ເຄື່ອງປັບອາກາດ ຫຼື ພັດລົມ ເພື່ອບັນເທົາຄວາມຮ້ອນ.

ຂ່າວລະບຸວ່າ: ຢູ່ອີຕາລີ ແລະ ແອັສປາຍ ປະຊາຊົນ ໄດ້ຊອກຫາວິທີທີ່ມີປະສິດທິພາບຫຼາຍຂຶ້ນເພື່ອຫຼຸດຜ່ອນຄວາມຮ້ອນ ເມື່ອອຸນຫະພູມໃນລະດູຮ້ອນເພີ່ມທະວີຄວາມຮຸນແຮງຂຶ້ນກວ່າທີ່ເຄີຍເປັນມາ.

ບໍລິສັດ Unieuro ຊຶ່ງເປັນບໍລິສັດຂາຍເຄື່ອງໃຊ້ໄຟຟ້າທີ່ໃຫຍ່ຂອງອີຕາລີ ມີຮ້ານຄ້າຫຼາຍກວ່າ 500 ຮ້ານໃນທົ່ວປະເທດ ຊີ້ໃຫ້ເຫັນວ່າ: ຍອດການຂາຍຜະລິດຕະພັນເຄື່ອງປັບອາກາດໃນໜຶ່ງອາທິດໄດ້ເພີ່ມຂຶ້ນສອງເທົ່າ ເມື່ອທຽບກັບອາທິດດຽວກັນຂອງປີຜ່ານມາ. ຂະນະທີ່ El Corte Inglés ເປັນໜຶ່ງໃນເຄືອຂ່າຍຫ້າງສັບພະສິນຄ້າທີ່ໃຫຍ່ທີ່ສຸດຂອງແອັສປາຍ ມີຍອດຂາຍສິນຄ້າເພີ່ມຂຶ້ນ 15% ໃນກາງເດືອນກໍລະກົດ ເມື່ອທຽບກັບທ້າຍເດືອນສິງຫາປີກາຍ.

ອີງຕາມຂໍ້ມູນຈາກ ເວັບໄຊ POST TODAY, ຄື້ນຄວາມຮ້ອນໄດ້ພັດຜ່ານເອີຣົບ ໃນໄລຍະລະດູຮ້ອນ ທັງຍັງເປັນລະດູການທ່ອງທ່ຽວ ສົ່ງຜົນໃຫ້ອຸນຫະພູມໃນນະຄອນຫຼວງໂຣມ ປະເທດອີຕາລີ ສູງຂຶ້ນເປັນສະຖິຕິ. ເຈົ້າໜ້າທີ່ໄດ້ອອກຄຳເຕືອນຕໍ່ປະຊາຊົນກ່ຽວກັບຜົນກະທົບຂອງຄວາມຮ້ອນທີ່ຮ້າຍແຮງທີ່ອາດເປັນອັນຕະລາຍຕໍ່ສຸຂະພາບຈົນເຖິງຂັ້ນເສຍຊີວິດ. ອີງຕາມການລາຍງານຂອງອົງການຜູ້ບໍລິໂພກ (OCU) ໃນປະເທດແອັສປາຍ ວ່າ: ຄ່າໄຟຟ້າທີ່ເພີ່ມສູງຂຶ້ນໃນປີຜ່ານມາ ອາດເປັນສ່ວນໜຶ່ງທີ່ເຮັດໃຫ້ປະຊາຊົນບໍ່ຕ້ອງການຕິດຕັ້ງເຄື່ອງປັບອາກາດພາຍໃນເຮືອນ. ແຕ່ດ້ວຍສະຖານະການຄື້ນຄວາມຮ້ອນໄດ້ເພີ່ມທະວີຂຶ້ນ ເຮັດໃຫ້ຜູ້ບໍລິໂພກຫັນມາທົບທວນ ແລະ ພິຈາລະນາທາງເລືອກດັ່ງກ່າວອີກເທື່ອໜຶ່ງ.

ຂໍ້ມູນຈາກ Sensibo ຊຶ່ງຂາຍອຸປະກອນເພື່ອຊ່ວຍໃຫ້ປະຊາຊົນຫຼຸດຜ່ອນການໃຊ້ພະລັງງານຈາກເຄື່ອງປັບອາກາດເປີດເຜີຍວ່າ: ໃນລະຫວ່າງ 2 ອາທິດທໍາອິດຂອງເດືອນກໍລະກົດ ຊົ່ວໂມງສະເລ່ຍທີ່ໃຊ້ເຄື່ອງປັບອາກາດ ເພີ່ມຂຶ້ນ 26,5% ໃນເມືອງເຊບີຍາ ຂອງແອັສປາຍ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ປະຊາຊົນບາງຄົນເລືອກຊື້ພັດລົມ ເພື່ອບັນເທົາຄວາມຮ້ອນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version