Home ຂ່າວຕ່າງປະເທດ ອາຊຽນ ຢັ້ງຢືນສະໜັບສະໜູນການສ້າງສັນຕິພາບ ແລະ ຮັກສາສັນຕິພາບຂອງ ສປຊ

ອາຊຽນ ຢັ້ງຢືນສະໜັບສະໜູນການສ້າງສັນຕິພາບ ແລະ ຮັກສາສັນຕິພາບຂອງ ສປຊ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 24 ກໍລະກົດ ຜ່ານມາ, ຢູ່ ນິວຢອກ ສະຫະລັດອາເມຣິກາ, ສະມັດຊາໃຫຍ່ ສປຊ ຊຸດທີ 77 ໄດ້ຈັດກອງປະຊຸມຄົບຄະນະຄັ້ງທີ 92 ເພື່ອປຶກສາຫາລື ແລະ ຜ່ານບົດລາຍງານປີ 2023 ຂອງຄະນະກຳມະການສ້າງສັນຕິພາບ ສປຊ.

ກ່າວຄຳເຫັນໃນກອງປະຊຸມ, ຕາງໜ້າໃຫ້ ອາຊຽນ, ທ່ານ ດັ້ງຮວ່າງຢາງ ເອກອັກຄະລັດຖະທູດ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ: ອາຊຽນ ປາຖະໜາຢາກຮ່ວມມືກັບປະຊາຄົມສາກົນ ໃນຄວາມພະຍາຍາມເພື່ອແກ້ໄຂການປະທະກັນ ຮັບຮອງເອົາວິທີການສຳຜັດຮອບດ້ານ ແລະ ສົມທົບກັນຢ່າງແໜ້ນແຟ້ນກວ່າເກົ່າ, ໃນນັ້ນ ຕ້ອງເພີ່ມທະວີບົດບາດຂອງບັນດາອົງການຈັດຕັ້ງໃນພາກພື້ນ ໃນການຮັບປະກັນສັນຕິພາບ ແລະ ສະຖຽນລະພາບ. ທ່ານ ດັ້ງຮວ່າງຢາມ ຢັ້ງຢືນຄືນຄຳໝັ້ນສັນຍາອັນໜັກແໜ້ນຂອງ ອາຊຽນ ສຳລັບບັນດາຄວາມພະຍາຍາມຮັກສາສັນຕິພາບຂອງ ສປຊ, ພ້ອມແລ້ວທີ່ຈະຊຸກຍູ້ການເຂົ້າຮ່ວມ ແລະ ຮ່ວມມືກັບບັນດາຄູ່ເຈລະຈາ ແລະ ຄູ່ຮ່ວມມືຢູ່ນອກພາກພື້ນ, ນັບທັງການຮັບຮອງເອົາກົນໄກທີ່ພວມມີຢູ່ ໂດຍ ອາຊຽນ ນຳພາ ເພື່ອຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ພັດທະນາ, ພ້ອມທັງເພີ່ມທະວີກຳລັງຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງພາກພື້ນ ຕໍ່ບັນດາສິ່ງທ້າທາຍທີ່ພວມພົ້ນເດັ່ນຂຶ້ນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version