Home ຂ່າວໜ້າໜຶ່ງ ເລຂາທິການສະພາແຫ່ງຊາດລາວ ຕ້ອນຮັບອຳນວຍການໂທລະພາບ ສະພາແຫ່ງຊາດຫວຽດນາມ

ເລຂາທິການສະພາແຫ່ງຊາດລາວ ຕ້ອນຮັບອຳນວຍການໂທລະພາບ ສະພາແຫ່ງຊາດຫວຽດນາມ

0

ໃນວັນທີ 25 ກໍລະກົດ 2023 ທີ່ສະພາແຫ່ງຊາດ ລາວ, ສະຫາຍ ນາງ ປິ່ງຄຳ ລາຊະສິມມາ ເລຂາທິການສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ເລ ກວ່າງ ມິ່ງ ຫົວໜ້າອຳນວຍການໂທລະພາບ ສະພາແຫ່ງຊາດ ສສ ຫວຽດນາມ ພ້ອມຄະນະ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ພົບປະເຮັດວຽກຮ່ວມກັບກົມສື່ມວນຊົນ ຄະນະເລຂາທິການສະພາແຫ່ງຊາດລາວ ໃນລະຫວ່າງວັນທີ 24-26 ກໍລະກົດ 2023.

ໂອກາດນີ້, ສະຫາຍ ນາງ ປິ່ງຄຳ ລາຊະສິມມາ ໄດ້ສະແດງຄວາມຍີນດີຕ້ອນຮັບ ສະຫາຍ ເລ ກວ່າງ ມິ່ງ ພ້ອມດ້ວຍຄະນະ, ພ້ອມທັງຕີລາຄາສູງຕໍ່ການຢ້ຽມຢາມໃນຄັ້ງນີ້ ເພາະເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໂດຍສະເພາະ ລະຫວ່າງ ສອງສະພາແຫ່ງຊາດ ກໍຄື ຄະນະເລຂາທິການສະພາແຫ່ງຊາດລາວ ແລະ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ພິເສດ ກໍແມ່ນວຽກງານສື່ມວນຊົນ ໃຫ້ມີການພັດທະນາຍິ່ງໆຂຶ້ນ; ສະແດງຄວາມຊົມເຊີຍ ຕໍ່ຜົນການພົບປະເຮັດວຽກ ລະຫວ່າງ ສະຫາຍ ເລ ກວ່າງ ມິ່ງ ແລະ ຄະນະ ກັບ ສະຫາຍ ສິງຄຳ ວົງພະຈັນ ພ້ອມດ້ວຍຄະນະກົມສື່ມວນຊົນ ຄະນະເລຂາທິການສະພາແຫ່ງຊາດ ທີ່ໄດ້ຮັບຜົນສໍາເລັດເປັນຢ່າງດີ ແລະ ໄດ້ແຈ້ງໃຫ້ຮູ້ ກ່ຽວກັບຜົນສໍາເລັດການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະເໜີ ຝ່າຍຫວຽດນາມໃຫ້ການຊ່ວຍເຫລືອວຽກງານສື່ມວນຊົນຂອງສະພາແຫ່ງຊາດລາວ ໂດຍສະເພາະການແລກປ່ຽນ ແລະ ຖອດຖອນບົດຮຽນກ່ຽວກັບວຽກງານໂທລະພາບ ແລະ ສື່ອອນລາຍ.

ໂອກາດດຽວກັນນີ້, ສະຫາຍ ເລ ກວ່າງ ມິ່ງ ກໍໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ນາງ ປິ່ງຄໍາ ລາຊະສິມມາ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງແຈ້ງໃຫ້ຮູ້ກ່ຽວກັບການພົບປະເຮັດວຽກກັບ ສະຫາຍ ສິງຄຳ ວົງພະຈັນ ພ້ອມຄະນະກົມສື່ມວນຊົນ ຄະນະເລຂາທິການສະພາແຫ່ງຊາດ, ການພົບປະເຮັດວຽກຮ່ວມກັບ ຄະນະອໍານວຍການໂທລະພາບແຫ່ງຊາດລາວ ແລະ ການເຂົ້າພົບປະຢ້ຽມຢາມສະຫາຍ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໂດຍສັງເຂບ ແລະ ເຫັນດີຕໍ່ຂໍ້ສະເໜີຕ່າງໆ ທີ່ສະຫາຍເລຂາທິການສະພາແຫ່ງຊາດ ແຫ່ງ ສປປລາວ ໄດ້ສະເໜີມານັ້ນ ແລະ ພ້ອມທີ່ຈະນໍາໄປພິຈາລະນາ ແລະ ສືບຕໍ່ປະຕິບັດໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ.

ຂ່າວ-ພາບ: ສອນສັກ ວັນວິໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version