Home ຂ່າວຕ່າງປະເທດ ມາເລເຊຍ ເປີດເຜີຍອັດຕາເງິນເຟີ້ ຫລຸດລົງ 2,4%

ມາເລເຊຍ ເປີດເຜີຍອັດຕາເງິນເຟີ້ ຫລຸດລົງ 2,4%

0

ສຳນັກຂ່າວຊິນຮວາຂອງ ສປ ຈີນ, ວັນທີ 24 ກໍລະກົດ, ສຳນັກສະຖິຕິແຫ່ງຊາດມາເລເຊຍ ລາຍງານອັດຕາເງິນເຟີ້ ຂອງມາເລເຊຍຫລຸດລົງຈາກ 2,8% ໃນເດືອນພືດສະພາ ມາຢູ່ທີ່ 2,4% ໃນເດືອນມິຖຸນາ ຊຶ່ງຖືວ່າຕໍ່າສຸດໃນໄລຍະ 6 ເດືອນຕົ້ນປີນີ້ (ເດືອນມັງກອນ ຫາເດືອນມິຖຸນາ).

ລາຍງານຍັງໄດ້ລະບຸຕື່ມວ່າ: ອັດຕາເງິນເຟີ້ຂອງມາເລເຊຍ ທີ່ເພີ່ມຂຶ້ນຊ້າລົງນັ້ນເກີດຈາກແຮງຊຸກຍູ້ ຈາກການເພີ່ມຂຶ້ນ ທີ່ຕໍ່າລົງ ຂອງຮ້ານອາຫານ ແລະໂຮງແຮມ, ອາຫານ ແລະເຄື່ອງດື່ມບໍ່ມີແອລກໍຮໍ, ເຟີຣນິເຈີ, ເຄື່ອງໃຊ້ໃນຄົວເຮືອນ ແລະ ການບຳລຸງຮັກສາເຮືອນທົ່ວໄປ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version