Home ຂ່າວຕ່າງປະເທດ ສປ ຈີນ ຜະລິດແກັສທຳມະຊາດທາງເລືອກໃໝ່ ເພີ່ມຂຶ້ນ 5,7%

ສປ ຈີນ ຜະລິດແກັສທຳມະຊາດທາງເລືອກໃໝ່ ເພີ່ມຂຶ້ນ 5,7%

0

ສຳນັກຂ່າວຊິນຮວາຂອງ ສປ ຈີນ, ສຳນັກສະຖິຕິ ແຂວງຊານຊີ ທາງພາກເໜືອຂອງຈີນ ລາຍງານ ຜົນຜະລິດ ແກັສທຳມະຊາດ ທາງເລືອກໃໝ່ (unconventional natural gas) ພາຍໃນແຂວງຂອງຕົນ ໃນໄລຍະ 6 ເດືອນທຳອິດ ຂອງປີນີ້ (ເດືອນມັງກອນ ຫາ ເດືອນມິຖຸນາ) ເພີ່ມຂຶ້ນ 5,7% ເມື່ອທຽບປີຕໍ່ປີ ຢູ່ທີ່ 6,82 ຕື້ແມັດກ້ອນ, ບັນລຸສະຖິຕິສູງສຸດ ຄັ້ງໃໝ່ສຳລັບໄລຍະເວລາດຽວກັນ.

ຊານຊີເປັນແຂວງ ຜະລິດຖ່ານຫີນ ທີ່ສຳຄັນຂອງຈີນ ແລະ ຍັງມີຊັບພະຍາກອນ ແກັສທຳມະຊາດທາງເລືອກໃໝ່ ທີ່ອຸດົມສົມບູນ ຊຶ່ງລວມເຖິງແກັສ ມີເທນຈາກ ໃນຊັ້ນຖ່ານຫີນ, ແກັສຈາກຊັ້ນຫີນຊາຍເນື້ອແໜ້ນ ແລະ ແກັສທຳມະຊາດ ຈາກຫີນດິນດານ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version