Home ແຈ້ງການສໍາຄັນ ສະພາບອາກາດ ວັນທີ 26 ກໍລະກົດ 2023

ສະພາບອາກາດ ວັນທີ 26 ກໍລະກົດ 2023

0

ສະພາບອາກາດ ປະຈໍາວັນທີ 26 ກໍລະກົດ 2023 ຮ່ອງຄວາມກົດດັນອາກາດ ຕໍ່າ ຍັງພາດຜ່ານຢູ່ເຂດພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້ຂອງປະເທດລາວ. ສົມທົບກັບກະແສລົມ ຕາເວັນອອກພັດປົກຄຸມ ພາກເໜືອ ແລະ ລົມຕາເວັນຕົກສ່ຽງໃຕ້ ພັດປົກຄຸມພາກກາງ ລົງຫາ ພາກໃຕ້, ຊື່ງຈະເຮັດໃຫ້ອາກາດຮ້ອນຢູ່ທົ່ວໄປ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ໃນແຕ່ລະພາກ ແລະ ຕົກປານກາງ ພ້ອມມີລົມພັດແຮງເປັນບາງ ໂອາກາດຢູ່ບາງທ້ອງຖິ່ນ.

ສໍາລັບ ນະຄອນຫລວງວຽງຈັນ ອາກາດຮ້ອນ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມຈະມີລົມພັດແຮງເປັນບາງໂອກາດ ຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 26-35 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version