ປະເທດລາວເຮົາຂຶ້ນຊື່ລືນາມ “ ໃນນໍ້າມີປາ ໃນນາມີເຂົ້າ…ຄ້າງໝໍ້ໄວ້ປາເຕັ້ນເຂົ້າໝໍ້” ເຊິ່ງໄດ້ສະທ້ອນໃຫ້ເຫັນຄວາມໝາຍຢ່າງໜ້າສົນໃຈໃນປະເທດລາວເຮົາທີ່ມີຄວາມອຸດົມສົມບູນເຕັມໄປດ້ວຍຊັບພະຍາກອນທໍາມະຊາດຢ່າງຫລວງຫລາຍເປັນຕົ້ນບໍ່ແຮ່, ແຫລ່ງນໍ້າຈືດຫລາຍກວ່າໝູ່ໃນອາຊຽນ, ຄຸນນະພາບດິນດີ, ປ່າໄມ້ຂຽວສົດງົດງາມກວມເອົາ 70% ຂອງເນື້ອທີ່ທົ່ວປະເທດ. ຕະຫລອດ 40 ກວ່າປີຜ່ານມາແຫລ່ງຊັບພະຍາກອນທໍາມະຊາດເຫລົ່ານັ້ນບໍ່ພຽງປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສົງຄົມ ເທົ່ານັ້ນຫາກຍັງຍູ້ແຮງຕໍ່ການຈັດຕັ້ງປະຕິບັດແຜນແກ້ໄຂຄວາມທຸກຍາກຂອງລັດຖະບານຢ່າງຮອບດ້ານ.
ດັ່ງທີ່ຮູ້ນໍາກັນຕົວຢ່າງນ້ອຍທີ່ຜູ້ຂຽນຈະຍົກຂຶ້ນມາເວົ້າຄື: ການພັດທະນາພະລັງງານໄຟຟ້າຕິດພັນກັບການທ່ອງທ່ຽວທີ່ໜ້າສົນໃຈບໍ່ໜ້ອຍ ເຊິ່ງນັ້ນອາດເຮັດໃຫ້ຫລາຍທ່ານເບິ່ງຂ້າມການພັດທະນາແບບຄູ່ຂະໜານໄປພ້ອມກັນ, ໃນປີ 2015 ຜູ້ຂຽນໄດ້ມີໂອກາດໄປຢ້ຽມຢາມປະເທດຍີ່ປຸ່ນ ແລະ ໄດ້ຮັບກຽດເຊື້ນເຊີນລົງທັດສະນະສຶກສາຕິດຕາມຊົມໂຮງງານໄຟຟ້າທີ່ໄດ້ນໍາເອົາພະລັງງານຈາກໃຕ້ດິນມາຜະລິດເປັນໄຟຟ້າຄື “ ບໍ່ນໍ້າຮ້ອນ ຫລື ເອີ້ນວ່າ hot spring ”. ຜູ້ຊຽວຊານຍີ່ປຸ່ນຢືນເວົ້າເປັນພາສາຍີ່ປຸ່ນ ເຊິ່ງມີນາຍແປພາສາອັງກິດຢືນຂ້າງຜູ້ຂຽນອະທິບາຍໃຫ້ຟັງວ່າ: ປະເທດຍີ່ປຸ່ນໄດ້ເລີ່ມລົງມືເອົາບໍ່ນໍ້າຮ້ອນທີ່ເກີດຈາກພູໄຟໃຕ້ດິນມາຜະລິດເປັນໄຟຟ້າໃນປີ 1966 ນັ້ນຊື່ວ່າ “ ໂຮງງານໄຟຟ້າມະຊຶກາວາ, ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 23.500 ກິໂລວັດ” ເຖິງປັດຈຸບັນພະລັງງານຄວາມຮ້ອນໃຕ້ດິນໄດ້ກວມເອົາ 0.3 ຂອງພະລັງງານໄຟຟ້າທີ່ໃຊ້ໃນປະເທດ ແລະ ລັດຖະບານຍີ່ປຸ່ນໄດ້ຕັ້ງເປົ້າຈະເພີ່ມການຜະລິດໃຫ້ໄດ້ເຖິງ 1% ໃນປີ 2030. ແຕ່ເຖິງແນວໃດກໍດີ ລັດຖະບານຍີ່ປຸ່ນບໍ່ເບິ່ງພຽງນໍາເອົາພະລັງງານຄວາມຮ້ອນຈາກໃຕ້ດິນມາຜະລິດເປັນໄຟຟ້າຮັບໃຊ້ໃນຄົວເຮືອນເທົ່ານັ້ນຫາກຍັງເຊື່ອມໂຍງກັບວຽກງານອຸດສາຫະກໍາທ່ອງທ່ຽວທີ່ຍືນຍົງສີຂຽວອີກດ້ວຍໂດຍສະເພາະສະຖານບໍ່ນໍ້າຮ້ອນໃນປະເທດຍີ່ປຸ່ນໄດ້ພັດທະນາເປັນແຫລ່ງທ່ອງທ່ຽວທີ່ໂດ່ງດັງອັນຕົ້ນໆຂອງໂລກທີ່ນັກທ່ອງທ່ຽວນິຍົມກັນໄປແຮມຄືນ, ຕາກອາກາດ ແລະ ແຊຄີງໃນອ່າງນໍ້າຮ້ອນຈາກທໍາມະຊາດກັບຄວາມເຊື່ອຜ່ານການໂຄສະນາທີ່ມີວິທະຍາສາດອ້າງອີງວ່າ: ຄົນທີ່ອາບນໍ້າຮ້ອນ ຫລື ແຊນໍ້າຮ້ອນຈາກບໍ່ນໍ້າຮ້ອນໃຕ້ດິນຈະເຮັດໃຫ້ອາຍຸຍືນຍາວ, ແຂງແຮງ, ຜີວງາມ, ບໍ່ມີພະຍາດຜີວໜັງ ແລະ ອື່ນໆ.
ແຕ່ເຖິງແນວໃດກໍດີຕາມ ຜູ້ຂຽນຢາກຍິບຍົກເອົາເລື່ອງຈາກປະເທດຍີ່ປຸ່ນແລ້ວມາເຍືອງເບິ່ງໃນລັກສະນະປຽບທຽບໃນບ້ານເຮົາເພື່ອເປັນຂໍ້ມູນສຶກສາໄປນໍາກັນກັບບັນດາທ່ານຜູ້ອ່ານ ແລະ ຜູ້ເບິ່ງ ຖ້າຫລາຍທ່ານໄດ້ມີໂອກາດໄປຢ້ຽມບັນດາແຂວງພາກເໜືອຂອງ ສປປ ລາວອາດພົບເຫັນບໍ່ນໍ້າຮ້ອນໃນບ້ານເຮົາມີຢັງຢາຍຊະຊາຍຢ່າງຫລວງຫລາຍພວມໄດ້ຮັບການພັດທະນາ ແລະ ຍັງບໍ່ໄດ້ຮັບການພັດທະນາເຕັມເມັດເຕັມໜ່ວຍຄືທີ່ເຫັນເປັນຕົ້ນບໍ່ນໍ້າຮ້ອນໃນແຂວງຊຽງຂວາງ, ຫົວພັນ, ບໍ່ແກ້ວ, ຜົ້ງສາລີ,ຫລວງພະບາງ ແລະ ອື່ນໆ.
ມື້ນີ້ຜູ້ຂຽນຈະພາທ່ານໄປຮູ້ຈັກແຫລ່ງທ່ອງທ່ຽວອີກແຫ່ງໜຶ່ງທີ່ຫລາຍທ່ານອາດຮູ້ ແລະ ບໍ່ຮູ້ຄື: ບໍ່ນ້ຳຮ້ອນບ້ານນໍ້າເກິ່ງຕັ້ງຢູ່ ບ້ານນ້ຳເກິ່ງເກົ່າ, ເມືອງຕົ້ນເຜິ້ງ. ຄວາມຈິງບໍ່ນ້ຳຮ້ອນແຫ່ງນີ້ໄດ້ຄົ້ນພົບ ປີ 1960 ມີໄລຍະຫ່າງຈາກເທດສະບານແຂວງໄປທາງທິດເໜືອປະມານ 29 ກິໂລແມັດ ແລະ ຫ່າງຈາກບ້ານນ້ຳເກິ່ງເກົ່າປະມານ 4 ກິໂລແມັດ, ບໍ່ນ້ຳຮ້ອນແຫ່ງນີ້ເປັນອີກບ່ອນໜຶ່ງທີ່ເປັນບໍ່ນ້ຳຮ້ອນທຳມະຊາດ ມີຄວາມຮ້ອນປະມານ 75 – 80 ອົງສາ.
ທ່ານ ຄຳຜິວ ອຸ່ນປະເສີດ ນາຍບ້ານ ບ້ານນໍ້າເກິ່ງເກົ່າ ໄດ້ເວົ້າວ່າ ແຕ່ກ່ອນຜູ້ເຖົ້າຜູ້ແກ່ຢູ່ບ້ານນ້ຳເກິ່ງ (ບ້ານນາ) ໃນສະໄໝນັ້ນ ຊາວບ້ານຫລາຍຄົນກໍພາກັນຊອກບ່ອນທໍາມາຫາກິນ ເປັນຕົ້ນແມ່ນຊອກຫາດິນນາ ເຊິ່ງມີຊາວບ້ານຫລາຍຄົນພາກັນຂຸດເບິ່ງໄປເປັນຈຸດ ເປັນບ່ອນໆທີ່ບໍ່ມີໝາກຫີນຈຶ່ງເອົາບ່ອນນັ້ນເຮັດດິນນາປູກເຂົ້າ ສຸດທ້າຍເລາະຂຸດຈົນໄປຮອດບ່ອນນີ້ເຫັນວ່າມີຫີນຫລາຍຕ່າງຈາກບ່ອນອື່ນ ແລະ ຫີນທີ່ຢູ່ທີ່ນັ້ນກໍ່ຮ້ອນ, ນ້ຳກໍ່ຮ້ອນ ແລະ ອອກອາຍຄືກັນກັບເພິ່ນຈູດໄຮ່, ໃນເວລານັ້ນຊາວບ້ານກໍ່ໄດ້ສັງເກດເຫັນວ່າມີສັດປ່າຫລາຍຊະນິດມາກິນນ້ຳປຸ່ງຮ້ອນຢູ່ຈຸດນີ້ເປັນຕົ້ນ: ກວາງ, ຟານ ແລະ ນົກ, ເມື່ອຂັ້ນເທິງຮູ້ແນວນັ້ນຈຶ່ງປະສານສົມທົບກັບອຳນາດການປົກຄອງບ້ານ ໃຫ້ອະນຸລັກຮັກສາໄວ້ເເປັນແຫລ່ງທ່ອງທ່ຽວແລ້ວຫ້າມຊາວບ້ານບໍ່ໃຫ້ຂຸດຄົ້ນ ຈົນມາຮອດ ປີ ຄສ 2006 – 2007 ຈຶ່ງໄດ້ສ້າງເປັນແຫລ່ງທ່ອງທ່ຽວຂອງບ້ານໃຫຍ່ນ້ຳເກິ່ງເກົ່າຈົນເຖິງປັດຈຸບັນ.
ຄັ້ງໜຶ່ງ ຜູ້ຂຽນໄດ້ມີໂອກາດລົມກັບນັກທ່ອງທ່ຽວຕ່າງປະເທດໂດຍກຸ່ມນັກທ່ອງທ່ຽວດັ່ງກ່າວເວົ້າວ່າ: ສປປ ລາວມີຄວາມເປັນໄປໄດ້ສູງໃນການຍົກລະດັບການພັດທະນາບໍ່ນໍ້າຮ້ອນໃຫ້ເປັນທັງແຫລ່ງທ່ອງທ່ຽວຄ້າຍຄືກັບຍີ່ປຸ່ນເພາະແຫລ່ງບໍ່ນໍ້າຮ້ອນສ່ວນໃຫຍ່ມີຕັ້ງໃນບັນດາແຂວງພາກເໜືອຂອງລາວທີ່ມີອາກາດເຢັນດີເໝາະແກ່ໄປພັກຕາກອາກາດ ແລະ ແຊ່ນໍ້າຮ້ອນເພື່ອສຸຂະພາບທີ່ດີ ແຕ່ການພັດທະນາໃຫ້ໄປເຖິງຈຸດນັ້ນບໍ່ແມ່ນເລື່ອງງ່າຍເພາະຕອ້ງໄດ້ລົງທຶນມະຫາສານໃນການສ້າງອ່າງຮ້ອນແບບ “ ອອນເຊັນ”, ສ້າງເຮືອນພັກຕາກອາກາດ, ສ້າງສິ່ງແບບແວດລ້ອມປ່າໄມ້, ສ້າງພື້ນຖານໂຄງລ່າງໃຫ້ສະດວກສະບາຍ, ສ້າງບຸກຄະລາກອນ, ສ້າງເຄື່ອຂ່າຍເຊື່ອມໂຍງທຸລະກິດທ່ອງທ່ຽວລະຫວ່າງປະເທດ. ນອກຈາກນັ້ນພາກລັດບໍ່ຄວນເບິ່ງບໍ່ນໍ້າຮ້ອນຈາກໃຕ້ດິນເປັນພຽງແຫລ່ງທ່ອງທ່ຽວເທົ່ານັ້ນຫາກຍັງຕ້ອງເບິ່ງໃນເລື່ອງຂອງການພັດທະນາເປັນແຫລ່ງຜະລິດໄຟຟ້າໃນອະນາຄົດອີກດ້ວຍເພາະແຫລ່ງພະລັງງານໃຕ້ດິນເປັນການພັດທະນາທີ່ເປັນມິດຕໍ່ສິ່ງແວດລ້ອມ.
#(ຄໍລໍາທ່ອງທ່ຽວ)
ໂດຍ: ເກີດຂວັນໃຈ ມາລີຈັນສີ