Home ຂ່າວພາຍໃນ ວິທະຍຸກະຈາຍສຽງແຫ່ງຊາດລາວ ຮ່ວມກັບສະຖາບັນຂົງຈືຈັດຊຸດຝຶກອົບຮົມການນໍາໃຊ້ສື່

ວິທະຍຸກະຈາຍສຽງແຫ່ງຊາດລາວ ຮ່ວມກັບສະຖາບັນຂົງຈືຈັດຊຸດຝຶກອົບຮົມການນໍາໃຊ້ສື່

0

ພິທີເປີດຊຸດອົບຮົມ ພາຍໃຕ້ຫົວຂໍ້ “ ຝຶກປະຕິບັດຕົວຈິງ ການຜະລິດຂ່າວຜ່ານສື່ເກົ່າ ແລະ ສື່ໃໝ່” ໄດ້ຈັດຂື້ນຕອນເຊົ້າວັນທີ 24 ກໍລະກົດ 2023 ທີ່ສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ) ພາຍໃຕ້ການເປັນປະທານຂອງ ທ່ານ ວໍລະສັກ ປຣະວົງວຽງຄາ ຮອງຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດລາວ ທັງເປັນຫົວໜ້າຫ້ອງຮຽນຂົງຈື ວສລ ແລະ ທ່ານຫົວໝິງ ຜູ້ອໍານວຍການສະຖາບັນຂົງຈື ມະຫາວິທະຍໄລແຫ່ງຊາດລາວຝ່າຍຈີນ, ເຂົ້າຮ່ວມມີ ຄະນະວິທະຍາກອນຈາກມະຫາວິທະຍາໄລຣາຊະພັດ ຈັງວັດເພັດສະບູນ ປະເທດໄທ, ຄະນະວິທະຍາກອນຈາກວິທະຍຸກະຈາຍສຽງແຫ່ງຊາດ, ພ້ອມດ້ວຍສຳມະນາກອນຈຳນວນ 15 ທ່ານຈາກຫ້ອງຮຽນຂົງຈືທັງ 6 ແຫ່ງເຂົ້າຮ່ວມ.

ທ່ານ ວໍລະສັກ ປຣະວົງວຽງຄຳ ຮອງຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດລາວ ທັງເປັນຫົວໜ້າຫ້ອງຮຽນຂົງຈື ວສລ ກ່າວວ່າ : “ ວຽກງານສື່ ເປັນວຽກງານທີ່ສຳຄັນຫຼາຍ ສຳລັບອົງກອນ ປັດຈຸບັນ ຍຸກສະໄໝໄດ້ສ້າງຄົນກັບສື່ມີຄວາມໃກ້ຊິດແໜ້ນແຟ້ນກັນຫຼາຍ ໂດຍສະເພາະການພົວພັນຊີວິດການເປັນຢູ່: ວຽກງານ ແລະ ການຊອກຫາຂໍ້ມູນຂ່າວສານຂອງທຸກຄົນ ທຸກເພດໄວ .

ທ່ານ ຫຼົວໝີງ ຜູ້ອຳນວຍການສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ກ່າວວ່າ “ ສະຖາບັນຂົງຈື້ໄດ້ຮັກສາການພົວພັນຮ່ວມມືອັນດີງາມກັບວິທະຍຸກະຈາຍສຽງແຫ່ງຊາດລາວ, ນັບຕັ້ງແຕ່ການສ້າງຕັ້ງຫ້ອງຮຽນຂົງຈື້, ການຮ່ວມມື ແລະ ແລກປ່ຽນນັບມື້ນັບໃກ້ຊິດ, ສະຖາບັນຂົງຈື ຫວັງວ່າຈະເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືດ້ານວັດທະນະທຳ ແລະ ການສຶກສາຂອງຈີນ, ຊຸກຍູ້ການແລກປ່ຽນວັດທະນະທຳລະຫວ່າງຈີນກັບລາວ.

ຊຸດຝຶກອົບຮົມວຽກງານສື່ຄັ້ງນີ້ ຈະໄດ້ດຳເນີນຢູ່ 2 ບ່ອນ: ຄືພາກທິດສະດີຢູ່ ວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ພາກປະຕິບັດຕົວຈິງຢູ່ ສວນອາຫານເສືອປ່າ ແລະ ແດນສະຫວັນ ນໍ້າງື່ມຣີສອດ ເມືອງທຸລະຄົມ ແຂວງວຽງຈັນ, ເພື່ອເກັບກຳຂໍ້ມູນການທ່ອງທ່ຽວດ້ານທຳມະຊາດ ເພື່ອໃຫ້ສໍາມະນາກອນຂຽນບົດ, ຂຽນຂ່າວ ແລະ ຖ່າຍພາບ ນໍາສະເໜີເປັນບົດຂ່າວ ໃນອົງກອນຂອງຕົນ.

#ຂ່າວ#ວສລ#lnr

#laonationalradio

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version