Home ຂ່າວພາຍໃນ ຖວທ ມອບໂທລະໂຄ່ງໃຫ້ເມືອງສີສັດຕະນາກຈຳນວນ 3 ຊຸດ

ຖວທ ມອບໂທລະໂຄ່ງໃຫ້ເມືອງສີສັດຕະນາກຈຳນວນ 3 ຊຸດ

0

ໃນວັນທີ 12 ກໍລະກົດ 2023 ທີ່ຫ້ອງປະຊຸມກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດພິທີມອບ-ຮັບໂທລະໂຄ່ງ ຈຳນວນ 3 ຊຸດ ໃນໂຄງການປັບປຸງຂະຫຍາຍຕາໜ່າງໂທລະໂຄ່ງ ເພື່ອແຈກຢາຍໃຫ້ແກ່ 3 ບ້ານເປົ້າໝາຍຂອງເມືອງປະກອບມີ: ບ້ານສີເມືອງ, ບ້ານວັດສົບ ແລະ ບ້ານໂພນສີນວນ ໂດຍເຂົ້າຮ່ວມໂດຍໃຫ້ກຽດມອບໂດຍທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ກ່າວຮັບໂດຍທ່ານ ເດດສົງຄາມ ທຳມະວົງ ເລຂາພັກເມືອງ ເຈົ້າເມືອງສີສັດຕະນາກ, ທ່ານຫົວໜ້າ ຫ້ອງການ ຖວທ ເມືອງສີສັດຕະນາກ ເພື່ອເຮັດໃຫ້ຈໍານວນບ້ານທີ່ໄດ້ນໍາໃຊ້ໂທລະໂຄ່ງເພີ່ມ ຂຶ້ນກວມເຖິງ 95% ຂອງຈໍານວນບ້ານໃນທົ່ວເມືອງ ໂດຍມີຕາງໜ້າຄະນະບ້ານຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version