Home ທຸລະກິດ ຈັດງານເສວະນາຍານພາຫະນະໄຟຟ້າ ເພື່ອກ່າວສູ່ອະນາ ຄົດສີຂຽວ ແລະ ຍືນຍົງ

ຈັດງານເສວະນາຍານພາຫະນະໄຟຟ້າ ເພື່ອກ່າວສູ່ອະນາ ຄົດສີຂຽວ ແລະ ຍືນຍົງ

0

ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມມືກັບສະມາຄົມອຸດສາຫະກຳຍານພາຫະນະລາວ ຈັດງານເສວະນາຍານພາຫະນະໄຟຟ້າ ຄັ້ງທີ 2 ເພື່ອແນໃສ່ຊຸກຍູ້ນະວັດຕະກໍາຍານພາຫະນະໄຟຟ້າໃນລາວ ແລະ ປູທາງໄປສູ່ອະນາຄົດສີຂຽວ ແລະ ຍືນຍົງ ເພື່ອຮັບມືກັບວິກິດການຈາກການປ່ຽນແປງດິນຟ້າອາ ກາດ.

ງານເສວະນາຄັ້ງນີ້ ປະກອບມີຫົວຂໍ້ທີ່ຕິດພັນກ່ຽວກັບອຸດສາຫະກຳພາຫະນະ ແລະ ຄວາມພ້ອມດ້ານພື້ນຖານໂຄງລ່າງ ພະລັງງານ ມາດຕະຖານ ແລະ ຄວາມສາມາດດ້ານຊັບພະຍາກອນມະນຸດຢູ່ ສປປ ລາວ ໃນຂະນະທີ່ອຸດສາຫະກຳ ສືບຕໍ່ເຕີບໃຫຍ່ ແລະ ພັດທະນາຢ່າງວ່ອງໄວ ຈຳເປັນທີ່ຈະ ຕ້ອງກະກຽມຮັບມືກັບທ່າອ່ຽງທີ່ພົ້ນ ເດັ່ນຂຶ້ນ ແລະ ສືບຕໍ່ວຽກງານສົ່ງເສີມ ຍານພາຫະນະໄຟຟ້າໃນປະເທດ.

ງານດັ່ງກ່າວແມ່ນໄດ້ເຕົ້າໂຮມບັນດານັກສຳມະນາກອນກິດຕິມະສັກ ລວມທັງຊ່ຽວຊານໃນອຸດສາຫະກຳຍານພາຫະນະ ຜູ້ຕາງໜ້າຈາກພາກລັດ ແລະ ພາກສ່ວນທີ່ມີຄວາມສົນໃຈຜູ້ເຂົ້າຮ່ວມໄດ້ຮັບຟັງການສົນທະນາຜ່ານເວທີສົນທະນາການນຳສະເໜີຕ່າງໆ ແລະ ໄດ້ມີໂອກາດພົບປະສ້າງເຄືອຂ່າຍ ກັບຜູ້ປະກອບການສິ່ງເຫຼົ່ານີ້ຈະຊ່ວຍສ້າງອະນາຄົດຂອງການຂັບເຄື່ອນ ດ້ວຍໄຟຟ້າ ແລະ ນະໂຍບາຍສົ່ງເສີມຍານພາຫະນະໄຟຟ້າໃນລາວ.

ງານຈັດເສວະນາຍານພາຫະນະໄຟຟ້າ ຄັ້ງທີ 2 ຈັດຂຶ້ນວັນທີ 11 ກໍລະກົດ 2023 ຢູ່ນະຄອນຫຼວງວຽງຈັນ ໂດຍໄດ້ຮັບການສະໜັບສະໜູນຈາກອົງການ ພັດທະນາສາກົນ ສ ອາເມຣິກາ (USAID.

………………………………………

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version