Home ຂ່າວຕ່າງປະເທດ ດັດຊະນີລາຄາອາຫານໂລກ ຫຼຸດລົງຕ່ຳທີ່ສຸດໃນຮອບ 2 ປີ

ດັດຊະນີລາຄາອາຫານໂລກ ຫຼຸດລົງຕ່ຳທີ່ສຸດໃນຮອບ 2 ປີ

0

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ອົງການອາຫານ ແລະ ການກະເສດ (FAO) ຊຶ່ງເປັນໜ່ວຍງານສັງກັດອົງການສະຫະປະຊາຊາດໄດ້ເປີດເຜີຍບົດລາຍງານດັດຊະນີລາຄາອາຫານໂລກວ່າ: ໃນເດືອນມິຖຸນາຜ່ານມາຫຼຸດລົງສູ່ລະດັບຕ່ຳທີ່ສຸດໃນຮອບຫຼາຍກວ່າ 2 ປີ ຊຶ່ງເປັນຜົນມາຈາກການຫຼຸດລົງຂອງລາຄານ້ຳຕານ, ນ້ຳມັນພືດ, ທັນຍາຫານ ແລະ ຜະລິດຕະພັນນົມ.

FAO ເປີດເຜີຍວ່າ: ດັດຊະນີລາຄາອາຫານໂລກ ຊຶ່ງຄິດໄລ່ຈາກສິນຄ້າອາຫານທົ່ວໂລກສ່ວນຫຼາຍຢູ່ໃນລະດັບສະເລ່ຍ 122,3 ຈຸດໃນເດືອນມິຖຸນາ ຫຼຸດລົງຈາກລະດັບ 124,0 ຈຸດໃນເດືອນພຶດສະພາ. ທັງນີ້, ດັດຊະນີລາຄາອາຫານໂລກປະຈຳເດືອນມິຖຸນາເປັນລະດັບຕໍ່າທີ່ສຸດນັບຕັ້ງແຕ່ເດືອນເມສາ 2021 ແລະ ຫຼຸດລົງ 23,4% ຈາກລະດັບສູງສຸດເປັນປະຫວັດສາດ ໃນເດືອນມີນາ 2022 ຊຶ່ງເປັນໄລຍະທີ່ເກີດວິກິດການໂລກ. FAO ກ່າວໂດຍຄາດຄະເນວ່າ: ການຜະລິດທັນຍາຫານທົ່ວໂລກໃນປີນີ້ຈະຢູ່ທີ່ 2.819 ພັນລ້ານໂຕນ ເພີ່ມຂຶ້ນຈາກໂຕເລກການຄາດຄະເນຂອງເດືອນຜ່ານມາ ແລະ ເພີ່ມຂຶ້ນ 1,1% ຈາກລະດັບໃນປີ 2022.

FAO ລະບຸວ່າ: ການຜະລິດທັນຍາຫານທີ່ເພີ່ມຂຶ້ນສ່ວນຫຼາຍເປັນຜົນມາຈາກທ່າອ່ຽງການຜະລິດເຂົ້າສາລີທີ່ດີຂຶ້ນທົ່ວໂລກ ຊຶ່ງຄາດວ່າ ຈະເພີ່ມຂຶ້ນ 0,9% ສູ່ລະດັບ 783,3 ລ້ານໂຕນ. ດັດຊະນີລາຄາທັນຍາຫານຫຼຸດລົງ 2,1% ໃນເດືອນມິຖຸນາຈາກເດືອນພຶດສະພາ ໂດຍລາຄາເຂົ້າສາລີ, ເຂົ້າບາເລ, ເຂົ້າຟາງ ແລະ ເຂົ້າ ລ້ວນແຕ່ປັບຕົວຫຼຸດລົງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version