Home ຂ່າວພາຍໃນ ບັນດາກົມອ້ອມຂ້າງກະຊວງການເງິນ ເພີ່ມຄວາມຮູ້ກ່ຽວກັບການບໍລິຫານແຫລ່ງເງິນ

ບັນດາກົມອ້ອມຂ້າງກະຊວງການເງິນ ເພີ່ມຄວາມຮູ້ກ່ຽວກັບການບໍລິຫານແຫລ່ງເງິນ

0

ຄັງເງິນແຫ່ງຊາດ ຈັດຝຶກອົບຮົມກ່ຽວກັບການບໍລິຫານແຫລ່ງເງິນ ໃຫ້ບັນດາກົມອ້ອມຂ້າງກະຊວງການເງິນ ພາຍໃຕ້ທຶນສະໜັບສະໜູນຈາກ ກອງທຶນການເງິນສາກົນ(IMF) ໃນວັນທີ 11-14 ກໍລະກົດ 2023 ໂດຍການເປັນປະທານຂອງ ທ່ານ ນາງ ຍອດ ແພງສົມບັດ ຮອງຫົວໜ້າຄັງເງິນແຫ່ງຊາດ ແລະ ທ່ານ ໂຈຊິ ຊູຫັດ ຊ່ຽວຊານຈາກ ກອງທຶນການເງິນສາກົນ, ມີສໍາມະນາກອນ ຈາກຄັງເງິນແຫ່ງຊາດ, ຄັງເງິນປະຈໍານະຄອນຫລວງວຽງຈັນ, ບັນດາກົມອ້ອມຂ້າງກະຊວງການເງິນ ແລະ ກົມບໍລິການທະນາຄານແຫ່ງ ສປປ ລາວ ເຂົ້າຮ່ວມ ໂດຍອີງຕາມຍຸດທະສາດພັດທະນາການເງິນແຫ່ງລັດ ຮອດປີ 2025 ໃນຍຸດທະສາດທີ 5 ການພັດທະນາການຈັດຕັ້ງ ແລະ ບຸກຄະລາກອນ ໃຫ້ມີຄວາມຮູ້ຄວາມສາມາດ ແລະ ໜັກແໜ້ນທາງດ້ານການເມືອງແນວຄິດ, ສ້າງພະນັກງານ-ລັດຖະ ກອນ ຂະແໜງການເງິນ ໃຫ້ມີຄວາມເຂັ້ມ ແຂງທາງດ້ານວິຊາສະເພາະ, ວິຊາການ, ມີຄວາມສາມາດໃນການຄຸ້ມຄອງບໍລິຫານລັດ, ຮູ້ທັນສະພາບການຂອງພາກພື້ນ ແລະ ສາກົນ.

ທ່ານ ນາງ ຍອດ ແພງສົມບັດ ຮອງຫົວໜ້າຄັງເງິນແຫ່ງຊາດ ໃຫ້ຮູ້ວ່າ: ການຈັດຝຶກອົບຮົມໃນຄັ້ງນີ້ ເປັນການພັດທະນາຄວາມຮູ້, ຄວາມສາມາດ ແລະ ຮຽນຮູ້ກັບສະພາບປ່ຽນແປງໃໝ່ໃນແຕ່ລະໄລຍະ ແລະ ເຫັນໄດ້ເຖິງຄວາມຈໍາເປັນຂອງວຽກງານພັດທະນາຊັບພະຍາກອນມະນຸດ ຂອງຂະແໜງການເງິນ ໂດຍສະເພາະ ແຜນການຝຶກອົບຮົມໃຫ້ພະນັກງານ-ລັດຖະກອນຂະແໜງການເງິນ ໃຫ້ມີຄວາມຮັບຮູ້, ເຂົ້າໃຈເລິກເຊິງທາງດ້ານທິດສະດີ ແລະ ພຶດຕິກໍາ ໃນການປະຕິບັດວຽກງານວິຊາສະເພາະຂອງຕົນ. ຊຸດອົບຮົມໃນຄັ້ງນີ້ ສໍາມະນາກອນຈະໄດ້ຮຽນຮູ້ເຂົ້າໃຈກ່ຽວກັບບັນດາຫົວຂໍ້ທີ່ສໍາຄັນຕ່າງໆ ເປັນຕົ້ນ ສະພາບລວມການບໍລິຫານແຫລ່ງເງິນ ແລະ ຮັບຟັງການນຳສະເໜີ ການບໍລິຫານແຫລ່ງເງິນຂອງ ຄັງເງິນແຫ່ງຊາດລາວ ໂດຍສະເພາະແມ່ນ ບັນຫາ ແລະ ທິດທາງແກ້ໄຂໃນຕໍ່ໜ້າ, ການຄຸ້ມຄອງແຫລ່ງເງິນ, ການຈັດຕັ້ງປະຕິບັດແຜນງົບປະມານ ແລະ ການຄຸ້ມຄອງພັນທະສັນຍາ, ສິ່ງກ່ຽວຂ້ອງ, ບັນຫາ ແລະ ສິ່ງທ້າທາຍ, ການສ້າງແຜນ ແລະ ການຄາດຄະເນແຫລ່ງເງິນ, ການໃຫ້ຄໍາແນະນໍາກ່ຽວກັບການຄຸ້ມຄອງແຫລ່ງເງິນ ແລະ ວຽກງານການບັນຊີ.

ນອກຈາກນີ້, ສຳມະນາກອນຈະໄດ້ເຮັດກິດຈະກຳເປັນກຸ່ມ ກ່ຽວກັບການກະກຽມສ້າງແຜນ, ການຄາດຄະເນກະແສເງິນ, ການໃຫ້ຄໍາແນະນໍາໃຫ້ຄະນະປະສານງານໃນການຄຸ້ມຄອງແຫລ່ງເງິນ ແລະ ມີກິດຈະກຳການ ຖາມ-ຕອບ ລະຫວ່າງ ວິທະຍາກອນ ແລະ ສຳມະນາກອນ ຊຶ່ງວິທະຍາກອນ ທີ່ເປັນຊ່ຽວຊານ IMF ຈະຕອບບັນດາຄໍາຖາມຂອງບັນດາຜູ້ເຂົ້າຮ່ວມຝຶກອົບຮົມ, ຕີລາຄາຜົນຂອງການຝຶກອົບຮົມ ຈຸດດີ, ຈຸດອ່ອນ ໃນການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງແຫລ່ງເງິນ.

ໂອກາດນີ້, ທ່ານ ນາງ ຍອດ ແພງສົມບັດ ຍັງໄດ້ຮຽກຮ້ອງໃຫ້ສຳມະນາກອນ ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມ ແລະ ເປັນເຈົ້າການໃນການປະກອບຄວາມຄິດ, ແລກປ່ຽນບົດຮຽນ, ມີຄໍາຖາມເຈາະຈີ້ມ, ຖາມ-ຕອບ ບັນຫາທີ່ພົບ ເຫັນຕົວຈິງ ໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນທີ່ຜ່ານມາ ເພື່ອເປັນການແລກປ່ຽນບົດຮຽນ, ຊອກຫາວິທີແກ້ໄຂ, ສະເໜີແນະນໍາວິທີທາງ, ກຳນົດບັນດາວິທີການ, ມາດຕະການໃນການປັບປຸງວຽກງານການເງິນ ເພື່ອກ້າວໄປເຖິງຄວາມເຂົ້າໃຈ ທີ່ຈະແຈ້ງ ແລະ ມີຄວາມເປັນເອກະພາບ ຕໍ່ບັນດາບັນຫາທີ່ຍົກຂຶ້ນ ເພື່ອພ້ອມກັນປັບປຸງ ແລະ ແກ້ໄຂວຽກງານໃຫ້ນັບມື້ນັບເຂັ້ມແຂງເປັນກ້າວໆ.

ຂ່າວ-ພາບ: ກະຊວງການເງິນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version